Tuesday, February 12, 2019

ວິທີຕິດຕັ້ງ Certificate ໃນຄຳສັ່ງຂອງ zimbra

Image does not exist: https://helpdesk.ssls.com/hc/article_attachments/360002465192/14.png
ເຮົາສາມາດນຳໃຊ້ຄຳສັ່ງ zmcertmgr ໃນzimbra ເພື່ອຕິດຕັ້ງ ssl certificate ຊຶ່ງມີຂັ້ນຕອນດັ່ງຕໍ່ໄປນີ້

1. ລັອກອິນເຂົ້າລະບົບເມວເຊີເວີເຮົາ ດ້ວຍຜູ້ໃຊ້ root ແລ້ວເຂົ້າໃຊ້ໃນນາມຊື່ຂອງ zimbra ດ້ວຍຄຳສັ່ງ

su - zimbra

ຫຼັງຈາກນັ້ນເຮົາຕ້ອງອັບໂຫຼດໄຟລ໌ certificate ທີ່ເຮົາກຽມໄວ້ແລ້ວ ກໍ່ຈະມີໄຟລ໌ certificate (.crt) ແລະ CA bundle (.ca-bundle) ທີ່ໄດ້ຈາກການຊື້ມານັ້ນເອງ ພ້ອມນັ້ນກໍ່ອັບໂຫລດໄຟລ໌ private key ແລະ CSR ທີ່ທ່ານສ້າງໄວ້ກ່ອນໜ້ານີ້ ຊຶ່ງໄຟລ໌ທັງໝົດນີ້ເກັບໄວ້ໃນໂຟນເດີ /tmp ແລະ private key ເກັບໄວ້ທີ່ /opt/zimbra/ssl/zimbra/commercial/commercial.key

2. ຢືນຍັນ ລະຫວ່າງ Private key ແລະ Certificate ດ້ວຍຄຳສັ່ງດັ່ງນີ້

/opt/zimbra/bin/zmcertmgr verifycrt comm  /opt/zimbra/ssl/zimbra/commercial/commercial.key /tmp/alexzblog.crt /tmp/CA_Bundle.crt

3. ເປັນຂັ້ນຕອນການນຳເອົາ certificate ເຂົ້າໄປໃສ່ໃນລະບົບເມວ zimbra ໃຊ້ຄຳສັ່ງດັ່ງນີ້

/opt/zimbra/bin/zmcertmgr deploycrt comm /tmp/alexzblog.crt /tmp/CA_Bundle.crt

ເມື່ອສຳເລັດ ໃຫ້ທ່ານ reboot ລະບົບຄືນໃໝ່ ຫຼື ຈະ restart ສະເພາະແຕ່ zimbra mail server ກໍ່ໄດ້

src::https://helpdesk.ssls.com/hc/en-us/articles/360002006951-How-to-install-an-SSL-certificate-on-Zimbra

Subscribe

  • RSS Atom

ອອນລາຍ: 1 | ມື້ນີ້: 327 | ວານນີ້: 343 | ທິດນີ້: 765 | ເດືອນນີ້: 1544 | ປີນີ້: 12504 | ລວມ: 79607