Thursday, January 18, 2018

ຮູ້ຈັກກັບ Social Engineering ສິນລະປະການຫລອກລວງຂອງແຮັກເກີ

Image does not exist: https://i2.wp.com/www.techtalkthai.com/wp-content/uploads/2016/07/ttt_phishing_computer-The_Cute_Design_Studio.jpg
ຫຼາຍທ່ານໜ້າຈະເຄີຍໄດ້ຍິນຄຳວ່າ Social Engineering ກັນມາແລ້ວ ບົດຄວາມນີ້ຈະເຮັດໃຫ້ເຂົ້າໃຈຄວາມຫມາຍ ຕົວຢ່າງ ແລະ ວິທີປ້ອງກັນໃນຍຸກປັດຈຸບັນ.
Social Engineering ເປັນສິນລະປະການຫລອກລວງຜູ້ຄົນເພື່ອຜົນປະໂຫຍດຕາມທີ່ແຮັກເກີຕ້ອງການ ໂດຍອາໄສຈຸດອ່ອນ ຄວາມບໍ່ຮູ້ ຫລື ຄວາມປະມາດ ເຮັດໃຫ້ເປັນການໂຈມຕີທີໄດ້ຜົນດີີຫລາຍເມື່ອທຽບກັບການໂຈມຕີໄຊເບີຮູບແບບອື່ນໆ ໂດຍສະເພາະກັບຄົົນທີ່ບໍ່ມີຄວາມຮູ້ທາງດ້ານຄວາມປອດໄພທາງໄຊເບີ.
Social Engineering ເປັນກະແຈສຳຄັນຂອງການດຳເນີນການຂອງແຮັກເກີ ອາດຮຽກໄດ້ວ່າເປັນຂັ້ນຕອນແຮກທີ່ແຮັກເກີໃຊ້ເພື່ອໂຈມຕີເປົ້າໝາຍ ຊຶ່ງສ່ວນໃຫຍ່ມັກປາກົດໃນຮູບຂອງ Phishing ໂດຍສະເພາະການຫຼອກໃຫ້ເປີດໄຟລ໌ທີ່ແນບມາກັບອີເມນ ຫລື ເຂົ້າເຖິງເວັບໄຊທີ່ມີມັນແວແຝງຕົວຢູ່.
ສິນລະປະການໃຊ້ Social Engineering ເພື່ອຫຼອກໃຫ້ເຫຍື່ອກະທຳການຕາມທີ່ຕົນຕ້ອງການ

1. ສ້າງສະຖານນະການສຸກເສີນ ເຊັ່ນ ມີການຕັ້ງ ແລະ ກຳນົດວັນເດືອນປີສຳລັບການກະທຳບາງຢ່າງ;
2. ປອມເປັນຜູ້ອື່ນທີ່ມີຄວາມສຳຄັນຫລາຍໆ ເຊັ່ນ CEO ຂອງບໍລິສັດ;
3. ກ່າວເຖິງເຫດການ ຫລື ສະຖານນະການໃນປັດຈຸບັນເພື່ອໃຫ້ສົມຈິງ;
4. ປິດບັງ URL ອັນຕະລາຍໃຫ້ເໝືອນກັບ URL ທົ່ວໆ ໄປ;
5. ສະເໜີຜົນຕອບແທນ ຫລື ໂປຣໂມຊັນເພື່ອສ້າງແຮງຈູງໃຈ.

[Read more…]

Tuesday, October 17, 2017

ເປັນຫຍັງ IP ຂອງ Mail Hosting/Server ເຈົ້າເຖິງຕິດ Blacklist ຊ້ຳຊາກ

Image does not exist: https://www.whyblacklist.com/wp-content/uploads/2017/08/bad-circle.png

ບັນຫາ IP ຂອງ Email Hosting ຕິດ Blacklist ຫລື Real time black list (RBL) ສ້າງຄວາມເບື່ອໜ່າຍໃຫ້ແກ່ຜູ້ໃຊ້ງານ Email ໃນ Server ເຫຼົ່ານັ້ນ ຊຶ່ງບັນຫານີ້ມີໂອກາດເກີດຂຶ້ນກັບ Email Hosting ທີ່ມີການໃຫ້ບໍລິການ Web Hosting ດ້ວຍ ແລະ ມີໂອກາດສູງຫລາຍຂຶ້ນຫາກ Server ນີ້ ໃຫ້ບໍລິການ Email Hosting ແກ່ User ຈຳນວນຫລາຍໆ ເຮົາມາເບິ່ງປັດໃຈສ່ຽງຫຼັກ ໆ ທີ່ເຮັດໃຫ້ IP ຂອງ Email Hosting ເຈົ້າຕິດ Blacklist ຊ້ຳໄປຊ້ຳມາ

1. Email ຍິ່ງຫລາຍ IP ກໍຍິງສ່ຽງຕິດ Blacklist ຕາມໄປດ້ວຍ, ຫາກໃນ Server ທີ່ເຈົ້າໃຊ້ບໍລິການຢູ່ມີການ Share ໃຫ້ User ເປັນພັນ ໆ ໝື່ນ ໆ User ຫາກມີ User ຫນຶ່ງສົ່ງ Spam, Server ຂອງເຈົ້າກໍຈະຕິດ Blacklist ໄປດ້ວຍ
Image does not exist: https://www.whyblacklist.com/wp-content/uploads/2017/08/share-user.png
[Read more…]

Friday, August 18, 2017

ລວມເອກະສານ ກວ່າ 90 ສະບັບ ສຳລັບຜູ້ສົນໃຈຮຽນເປັນແຮັກເກີ

ລວບລວມ ບັນດາເອກະສານສຳລັບການຮຽນ ເປັນ ແຮັກເກີ ແລະ ລາຍການປັບປຸງລ່າສຸດ ແມ່ນສາມາດດາວໂຫລດໄດ້ ທີ່
ຄລິກບ່ອນນີ້

Tuesday, July 18, 2017

ພາສາຄອມພິວເຕີ ແມ່ນຫຍັງ?

ພາສາຄອມພິວເຕີ ໝາຍເຖິງ ເປັນພາສາທີ່ມີຈຸດມຸ້ງໝາຍສະເພາະ ມີກົດເກນທີ່ຕາຍຕົວ ແລະ ຈຳກັດ ຄືຢູ່ໃນກອບໃຫ້ໃຊ້ຄຳ ແລະ ໄວຍາກອນທີ່ກຳນົດ ແລະ ມີການຕີຄວາມຫມາຍທີ່ຊັດເຈນ ຈຶ່ງຈັດພາສາຄອມພິວເຕີເປັນພາສາທີ່ມີຮູບແບບເປັນທາງການ ແຕ່ຄວາມເປັນຈິງພາສາໂປຣແກຣມຄືສ່ວນຫນຶ່ງຂອງພາສາຄອມພິວເຕີເທົ່ານັ້ນ ແລະ ມີພາສາອື່ນໆ ທີ່ເປັນພາສາຄອມພິວເຕີເຊັ່ນກັນ ຍົກຕົວຢ່າງເຊັ່ນ HTML ເປັນທັງພາສາ Markup ແລະ ພາສາຄອມພິວເຕີດ້ວຍ ເຖິງວ່າມັນຈະບໍ່ແມ່ນພາສາໂປຣແກຣມ ຫລື ພາສາເຄື່ອງນັ້ນກໍນັບເປັນພາສາຄອມພິວເຕີ ຊຶ່ງໂດຍທາງເທກນິກສາມາດໃຊ້ໃນການຂຽນໂປຣແກຣມໄດ້ ແຕ່ກໍບໍ່ຈັດວ່າເປັນພາສາໂປຣແກຣມ

ພາສາຄອມພິວເຕີສາມາດແບ່ງອອກເປັນສອງກຸ່ມຄື ພາສາລະດັບສູງ (high level) ແລະ ພາສາລະດັບຕ່ຳ (low level) ພາສາລະດັບສູງຖືກອອກແບບມາເພື່ອໃຫ້ໃຊ້ງານງ່າຍ ແລະ ສະດວກສະບາຍຫລາຍກວ່າພາສາລະດັບຕ່ຳ ໂປຣແກຣມທີ່ຂຽນຖືກຕ້ອງຕາມກົດເກນ ແລະ ໄວຍາກອນຂອງພາສາຈະຖືກແປ (compile) ໄປເປັນພາສາລະດັບຕ່ຳເພື່ອໃຫ້ຄອມພິວເຕີສາມາດນຳໄປໃຊ້ງານ ຫລື ປະຕິບັດຕາມຄຳສັ່ງໄດ້ຕໍ່ໄປ ຊອບແວສະໄໝໃໝ່ສ່ວນຫລາຍຂຽນດ້ວຍພາສາລະດັບສູງ ແປໄປເປັນອອບເຈກໂຄ້ດ (object code) ແລ້ວປ່ຽນໃຫ້ເປັນຊຸດຄຳສັ່ງໃນພາສາເຄື່ອງ
ຂໍ້ມູນຈາກ wikipedia.org

TIOBE ຈັດອັນດັບພາສາຂຽນໂປຣແກຣມປີ 2017

ອັນດັບທີ່ 1 ຍັງເປັນພາສາ JAVA
Image does not exist: https://image.ibb.co/hgiS4a/best_programing_2017.png

ຂໍ້ມູນຈາກ TIOBE

Saturday, July 8, 2017

ຄວາມຫມາຍຂອງແຮກເກີລ໌

Hacker ຄື ຜູ້ທີ່ມີຄວາມຮູ້ຄວາມເຂົ້າໃຈໃນລະບົບຄອມພິວເຕີຢ່າງສູງຫລາຍ ບໍ່ວ່າຈະເປັນເລື່ອງເຄືອຂ່າຍ, ລະບົບປະຕິບັດການ ຈົນສາມາດເຂົ້າໃຈວ່າລະບົບມີຊ່ອງໂຫວ່ບ່ອນໃດ ຫລື ສາມາດໄປຄົ້ນຫາຊ່ອງໂຫວ່ໄດ້ຈາກບ່ອນໃດນຳ ເມື່ອກ່ອນພາບຫລັກຂອງ Hacker ຈະເປັນພວກຊົ່ວ ມັກລັກຂໍ້ມູນ ຫລື ທຳລາຍໃຫ້ເສຍຫາຍ ແຕ່ດ໋ຽວນີ້ ຄຳວ່າ Hacker ໝາຍເຖິງ Security Professional ທີ່ຄອຍຖ້າໃຊ້ຄວາມສາມາດຊ່ວຍກວດກາລະບົບ ແລະ ແຈ້ງເຈົ້າຂອງລະບົບວ່າມີຊ່ອງໂຫວ່ບ່ອນໃດນຳ ອາດເວົ້າງ່າຍໆ ວ່າເປັນ Hacker ທີ່ມີຈະລິຍະທຳນັ້ນເອງ ໃນຕ່າງປະເທດມີວິຊາທີ່ສອນເຖິງການເປັນ Ethical Hacker ຫລື ແຮກເກີລ໌ແບບມີຈະລິຍະທຳ ຊຶ່ງແຮກເກີລ໌ແບບນີ້ຮຽກອີກຢ່າງວ່າ White Hat Hacker ກໍໄດ້ ສ່ວນພວກທີ່ນິໄສບໍ່ດີເຮົາຈະຮຽກພວກນີ້ວ່າ Cracker ຫລື Black Hat Hacker ຊຶ່ງກໍຄື ມີຄວາມສາມາດເໝືອນ Hacker ທຸກປະການ ພຽງແຕ່ພຶດຕິກຳຂອງ Cracker ນັ້ນຈະເປັນການກະທຳທີ່ຂາດຈະລິຍະທຳ ເຊັ່ນ ລັກຂໍ້ມູນ ຫລື ເຂົ້າໄປທຳລາຍລະບົບຄອມພິວເຕີໃຫ້ເຮັດວຽກບໍ່ໄດ້ ເປັນຕົ້ນ

ຂໍ້ມູນຈາກ: mindphp.com

Monday, July 3, 2017

ສິດທິແມ່ນຫຍັງ?

ສິດທິ:ໝາຍ​ເຖິງ​ອຳນາດ ຫຼື ຜົນປະ​ໂຫຍ​ດທີ່​ກົດໝາຍ​ ໃຫ້ການ​ຄຸ້ມ​ຄອງ​ເຊັ່ນ: ການ​ມີ​ສິດທິ​ໃນງານ​ເມື່ອ​ເຖິງ​ອາຍຸ​ກະສຽນ. ຫາກ​ເມື່ອ​ເຖິງ​ອາ​ຍຸ​ກະສຽນ​ແຕ່ງງານ​ແລ້ວ ​ຜູ້​ໃດ​ຈະ​ບັງຄັບບໍ່​ໃຫ້​ເຮົາ​ແຕ່ງງານ​ແມ່ນ​ບໍ່​ໄດ້, ກົດໝາຍຍ່ອມ​ຄຸ້ມ​ຄອງ​ການ​ໄດ້​ຮັບ​ສິດ​ຕາມ​ກົດໝາຍ.
​ໃນ​ທາງ​ນິຕິສາດ ​ແລະ​ ກົດໝາຍ ສິດທິ ໝາຍ​ເຖິງ​ສິດ​ຕາມ​ກົດໝາຍ ຫຼື ສິນ​ທຳ​ທີ່​ຈະ​ເຮັດ ຫຼື ບໍ່​ເຮັດ​ບາງ​ຢ່າງ​ໃນ​ສັງຄົມ.

ຂໍ້ມູນຈາກ: https://sites.google.com/site/
boualays/boualay-s-3

Subscribe

  • RSS Atom

ອອນລາຍ: 1 | ມື້ນີ້: 14 | ວານນີ້: 25 | ທິດນີ້: 94 | ເດືອນນີ້: 873 | ປີນີ້: 11833 | ລວມ: 78936