Tuesday, May 8, 2018

Blockchain ແມ່ນຫຍັງ?

Image does not exist: https://www.it24hrs.com/wp-content/uploads/2018/01/block-chain-what-is-block-chain-p01.jpg
Block chain ແມ່ນເຕັກໂນໂລຊີຊ໋ອບແວເປັນເຕັກໂນໂລຊີຊ໋ອບແວແບບເພຍທູເພຍ (Peer-to-Peer) (ເຊື່ອມຕໍ່ແບບໂຄງຂ່າຍໂດຍກົງ ລະຫວ່າງເຄື່ອງຄອມພິວເຕີ (ບໍ່ມີຄົນກາງ) ທີ່ປົກປ້ອງຂໍ້ມູນໂດຍທີ່ບໍ່ອະນຸຍາດໃຫ້ໃຜປອມແປງ ຫຼື ປ່ຽນໄດ້ ຫຼາຍທ່ານອາດຈະເຄີຍໄດ້ຍິນວ່າ BlockChain ຖືກຄິດຄົ້ນຂຶ້ນເພື່ອໃຊ້ສ້າງສະກຸນເງິນດີຈິຕອນຕ່າງໆ ລວມທັງ ບິດຄອຍ (BITCOIN) ແລະ ບໍ່ແມ່ນແຕ່ສະກຸນເງິນດິີຈິຕອນເທົ່ານັ້ນ ຍັງມີບໍລິການລາຍເຊັນອອນລາຍ, ຫຸ້ນ, ເພງ, ຫຼື ສິນລະປະຕ່າງໆ, ລະບົບລົງຄະແນນ ແລະ ແອັບພິເຄຊັ່ນ (Applications) ອື່ນໆອີກຫຼາຍຢ່າງ ເອີ້ນວ່າ BlockChain.
ໂດຍທົ່ວໄປເຮົາໃຊ້ເງິນທີ່ເຮັດຈາກເຈ້ຍ ເມື່ອທ່ານໄດ້ທະນາບັດ 10 ດອນລາ ທ່ານກໍ່ໝັ້ນໃຈໄດ້ວ່າມັນບໍ່ແມ່ນຂອງປອມ ແຕ່ຖ້າຫາກມີການສົ່ງອີເມວມາບອກທ່ານວ່າ “ນີ້ແມ່ນເງິນສິບດອນລາ” ທ່ານກໍ່ອາດຈະບໍ່ເຊື່ອຢ່າງແນ່ນອນ ທັງທີ່ເວລາເຮົາ “ໂອນເງິນ” ໂດຍໃຊ້ຕູ້ເອທີເອັມ (ATM) ຫຼື ຈ່າຍເງິນຜ່ານບັດ ເຮົາກໍ່ໃຊ້ວິທີການແບບດຽວກັນ ເປັນການສົ່ງເງິນຜ່ານທາງຂໍ້ຄວາມດີຈິຕອນ.
ເພື່ອເຮັດໃຫ້ໝັ້ນໃຈວ່າບໍ່ມີໃຜໂກງ ຫຼື ສົ່ງເງິນທີ່ພວກເຂົາບໍ່ມີຢູ່ຈິງອອກໄປ “ຂໍ້ຄວາມ” ພວກນີ້ຕ້ອງເດິນທາງຜ່ານທະນາຄານທີ່ເຊື່ອຖື ຊຶ່ງການໂອນເງິນແຕ່ລະເທື່ອຈະລົງບັນທຶກທຸກຢ່າງເອົາໄວ້ ພວກເຂົາຈຶ່ງຮູ້ ວ່າໃຜມີເງິນຫຼາຍເທົ່າໃດ ແລະ ຫັກອອກໄປໄດ້ຢ່າງຖືກຕ້ອງຈາກທຸກໆທຸລະກຳທີ່ເກີດຂື້ນ ແຕ່ລາຄາຂອງບໍລິການກໍ່ຈັດວ່າສູງຫຼາຍ ເນື່ອງຈາກມີທຸລະກຳເກີດຂຶ້ນເປັນລ້ານທົ່ວໂລກໃນທຸກໆນາທີ.
[Read more…]

Friday, May 4, 2018

Ethereum ຄືຫຍັງ?

Image does not exist: https://mybroadband.co.za/news/wp-content/uploads/2017/05/Etherium-1.jpg
ກ່ອນທີ່ຈະທຳຄວາມເຂົ້າໃຈ Ethereum ນັ້ນ ລອງເຮັດຄວາມເຂົ້າໃຈອິນເຕີເນັດກ່ອນ
ມື້ນີ້ ຂໍ້ມູນສ່ວນຕົວຂອງເຮົາບໍ່ວ່າຈະເປັນລະຫັດຜ່ານໄປຈົນເຖິງຂໍ້ມູນທາງດ້ານການເງີນຕ່າງກໍຖືກເກັບເອົາໄວ້ໃນຄອມພິວເຕີ
ແລະ ຖານຂໍ້ມູນຂອງຄົນອື່ນໃນລະບົບຄາວ ໂດຍຄົນເຫຼົ່ານີ້ກໍຄື Facebook, Google ຫລື Amazon ການໃຊ້ງານເຫຼົ່ານີ້ມີ
ຂໍ້ດີຫລວງຫລາຍ ແຕ່ມັນກໍມີຂໍ້ເສຍດ້ວຍເຊັ່ນກັນ ໂດຍທີ່ເຮົາເຄີຍໄດ້ຍິນກັນມານັ້ນ ນັກແຮກເກີຣ໌ຫລື ລັດຖະບານສາມາດທີ່
ຈະເຈາະລະບົບຖານຂໍ້ມູນເຂົ້າມາໃນຄອມພິວເຕີ ຫລື ໄຟລ໌ຂອງເຈົ້າໄດ້ໂດຍທີ່ເຈົ້າອາດຈະບໍ່ຮູ້ຕົວ ໂດຍໃຊ້ວິທີການໂຈມຕີ
ຖານຂໍ້ມູນບຸກຄົນທີ່ສາມທີ່ກ່າວໄປແລ້ວຂ້າງຕົ້ນນັ້ນ ໂດຍນັ້ນໝາຍຄວາມວ່າພວກນັກແຮກເກີຣ໌ ຫລື ລັດຖະບານນັ້ນສາມາດທີ່ຈະລັກ, ເຮັດຊ້ຳ ລົບ ຫລື ດັດແປງຂໍ້ມູນສຳຄັນຂອງທ່ານໄດ້
[Read more…]

Friday, April 20, 2018

ວິທີກວດລະຫັດ Wifi ແບບງ່າຍໆ

ມີຂັ້ນຕອນດັ່ງນີ້:
1. ໄປທີ່ Start > ຄົ້ນຫາ > ພິມ cmd ແລ້ວ [enter]
2. ຫລັງຈາກເຂົ້າ DOS ໃຫ້ພິມຄຳສັ່ງລຸ່ມນີ້

netsh wlan show profile [enter]

3. ລະບົບສະແດງຊື່ Access point ທີ່ເຄີຍໃຊ້ຜ່ານມາ
ຕົວຢ່າງ ຖ້າເຮົາຕ້ອງການເບິ່ງ ລະຫັດ Wifi ທີ່ຕ້ອງການ

netsh wlan show profile APname key=clear [enter]

APname = ຊື່ Access point
[tag]wifi, wifi key[/tag]

Monday, April 9, 2018

ລາຍລະອຽດ ແລະ ລັກສະນະການເຮັດວຽກຂອງ process ທົ່ວໄປໃນ Windows

Image does not exist: https://cdn.ghacks.net/wp-content/uploads/2014/08/anvir-task-manager-free.jpg
Windows ຈະມີ process ພື້ນຖານຢູ່ຫຼາຍຕົວນຳກັນ ມື້ນີ້ເຮົາຈະມາເບິ່ງວ່າ Process ທີ່ວ່າມີຫຍັງ ແລ້ວເຮັດຫນ້າທີ່ຫຍັງ
1. Session Manager Subsystem/SMSS.EXE
SMSS ເປັນ component ໜຶ່ງຂອງ Windows NT ເປັນຕົ້ນມາ ມີຫນ້າທີ່ໃນການສ້າງຄ່າ environment variable, DOS Device Mapping, ສ້າງ page ທີ່ເປັນ Virtual Memory, Run Winlogon.exe
ເປັນຕົວທີ່ຖືກຣັນຂະນະທີ່ OS ກຳລັງຈະເຮັດວຽກ ແລະ ເປັນ process ແຮກທີ່ຖືກຣັນໃນຮູບແບບທີ່ເປັນ user-mode ມີ Parent process ເປັນ System ແລະ ຈະຖືກຣັນດ້ວຍ user “NT AUTHORITY/SYSTEM” ສະເໝີ ແລະ path ທີ່ຣັນຄື %systemroot%/system32
2. Windows Logon Process/WINLOGON.EXE
Winlogon ເປັນ component ໜຶ່ງຂອງ Windows NT ຫນ້າທີ່ຄືການ load user profile ແລະ ເບິ່ງແຍງການ logon ຂອງ user
ຕົວ Winlogon ນັ້ນບໍ່ມີ Parent Process ແລະ ຖືກຣັນດ້ວຍ user “NT AUTHORITY/SYSTEM” ສະເໝີ ແລະ path ທີ່ຣັນຄື Windows/System32 ຫາກມີການໃຊ້ງານພວກ card/biometric authen ກໍຈະມີ process ລູກຄືພວກ device ເຫຼົ່ານັ້ນ
ຫາກ user ທຳການ logon ສຳເລັດ ຕົວ Winlogon ກໍຈະໄປຣັນ Userinit.exe ອີກທີ ໂດຍ Userinint.exe ກໍຈະໄປໂຫຼດ logon user script ຕໍ່ network ແລະ ຈະເລີ່ມການເຮັດວຽກງານ Explorer.exe ຕໍ່ອີກທີໜື່ງ
3. Explorer.exe / Windows Explorer
ຕົວ Explorer.exe ນັ້ນຈະຄອຍຖ້າເບິ່ງແຍງ Process ຕ່າງໆຂອງ User ໂດຍ Explorer.exe ນັ້ນບໍ່ມີ Parent Process ເພາະເມື່ອ userinit.exe run Explorer.exe ສຳເລັດກໍຈະປິດຕົວເອງໄປ ແລະ ມີ path ເປັນ %Systemroot%/Explorer.exe
4. CSRSS.EXE / Client-Server Run
CSRSS.EXE ເປັນ component ໜຶ່ງຂອງ Windows NT ຫນ້າທີ່ຄືຈັດການກ່ຽວກັບ Win32 console
ຕົວ Process ຈະຖືກຣັນດ້ວຍ “NT AUTHORITY/SYSTEM” ສະເໝີ ແລະ Process ຈະຢູ່ທີ່ /%SystemRoot%/system32/csrss.exe
5. WININIT.EXE / Windows Initialisation Process
ຕົວ process Wininit.exe ເປັນ 1 ໃນ startup process ໂດຍມັນຈະທຳການຣັນ Services.exe, LSASS.exe, Lsm.exe ແລະ ຈະເປັນ Process ລູກຂອງ SMSS.exe (ແຕ່ບພໍເບິ່ງປົກກະຕິຈະບໍ່ມີ Parent Process ເພາະ SMSS.exe ຈະປິດໄປຫຼັງຈາກ boot ທຸກຢ່າງສຳເລັດ)
ຕົວ Process ຈະຖືກຣັນດ້ວຍ “NT AUTHORITY/SYSTEM” ສະເໝີ ແລະ Process ຈະຢູ່ທີ່ /%SystemRoot%/system32/wininit.exe
6. SERVICES.EXE — Service Control Manager
Services.exe ຈະເປັນຕົວທີ່ໃຊ້ໃນການຈັດການ service ຕ່າງໆພາຍໃນ Windows
ຕົວ Process ຈະຖືກຣັນດ້ວຍ “NT AUTHORITY/SYSTEM” ສະເໝີ ແລະ Process ຈະຢູ່ທີ່ /%SystemRoot%/system32/services.exe ແລະ ມີ Parent Process ເປັນ wininit.exe
ຈະມີ process ລູກຄື svchost.exe ຫລວງຫລາຍ
7. SVCHOST.EXE / Service Hosting Process
svchost.exe ນັ້ນເປັນ Process ຂອງການຣັນ Windows services ທັງຫຼາຍໃນ Windows NT ໂດຍ svchost ຈຳເປັນຕ້ອງການໃຊ້ງານ shared service process ໂດຍ shared service process ຄືຈຳນວນ service ທີ່ມີການໃຊ້ງານ process ຮ່ວມກັນເພື່ອລົດການໃຊ້ງານ resource ທີ່ບໍ່ຈຳເປັນ ການທີ່ເອົາ service ຫຼາຍໆ service ມາລວມເຂົ້ານຳກັນແລ້ວຣັນດ້ວຍ process ດຽວ ນັ້ນເຮັດໃຫ້ການຫາວ່າມີ service ຫຍັງດ້ວຍນັ້ນເຮັດໄດ້ຍາກລຳບາກຂຶ້ນ
ຕົວ svchost ນັ້ນຖືກຣັນໄດ້ດ້ວຍຫຼາຍ user ບໍ່ວ່າຈະເປັນ NT AUTHORITY/SYSTEM, LOCAL SERVICE, ຫລື NETWORK SERVICE ແລະ svchost ຈະເປັນ process ລູກຂອງ services.exe ສະເໝີ ໂດຍລັກສະນະ command line ຂອງ svchost ຈະເປັນ

[Read more…]

Friday, March 23, 2018

ເພງ ศาลาคนเมา


[tag]ศาลาคนเมา[/tag]

ເພງ ถิ่มอ้ายไว้ตรงนี้ล่ะ


[tag]ถิ่มอ้ายไว้ตรงนี้ล่ะ[/tag]

ເພງ บุญผลา ไมค์ ภิรมย์พร


[tag]บุญผลา[/tag]

Subscribe

  • RSS Atom

ອອນລາຍ: 1 | ມື້ນີ້: 15 | ວານນີ້: 25 | ທິດນີ້: 95 | ເດືອນນີ້: 874 | ປີນີ້: 11834 | ລວມ: 78937