Monday, July 3, 2017
ໃນຄຳຖາມຂ້າງເທິງ ຂ້າພະເຈົ້າຈະສະຫຼຸບໂດຍຫຍໍ້ໄດ້ດັ່ງນີ້:
ກົດໝາຍ ແມ່ນບັນດາຄຳສັ່ງ, ຂໍ້ກຳນົດ ຫຼື ຂໍ້ບັງຄັບຂອງລັດ ຫຼື ຂອງປະເທດທີ່ໃຊ້ບັງຄັບການປະພຶດທັງຫຼາຍຂອງບຸກຄົນໃນການພົວພັນຊຶ່ງກັນ ແລະ ກັນ, ຖ້າຜູ້ໃດຝ້າຝືນ, ບໍ່ປະຕິບັດຕາມຈະຕ້ອງມີຄວາມຜິດ ແລະ ຖືກລົງໂທດ. ໃນທາງອາຍາອາດຈະມີໂທດປັບໃໝເປັນເງິນຫຼື ໂທດຈຳຄຸກ, ໃນທາງແພ່ງ ອາດຈະຖືກປັບໃໝໃຫ້ສຳລະໜີ້ ຫຼື ຊົດໃຊ້ຄ່າເສຍຫາຍເປັນຕົ້ນ.
ເປັນຫຍັງຕ້ອງມີກົດໝາຍ?
ເພາະກົດໝາຍ ເປັນເຄື່ອງມືຄວບຄຸມການປະພຶດຂອງຄົນໃນສັງຄົມ, ກົດໝາຍມີທີ່ກຳເນີດມາຈາກສີນລະທຳ,ຂະນົບທຳນຽມ,ຈາຮີດປະເພນີ, ສາດສະໜາ ແລະ ກົດເກນຂໍ້ກຳນົດ ຫຼື ຂໍ້ບັງຄັບຕາມລຳດັບ ໂດຍມີຈຸດປະສົງເພື່ອສ້າງຄວາມສະຫງົບ ແລະ ຄວາມເປັນລະບຽບຮຽບຮ້ອຍໃນສັງຄົມ,ສ້າງໃຫ້ສະມາຊິກໃນສັງຄົມມີສິນລະທຳ,ຍຸດຕິທຳເພື່ອໃຫ້ມີຊີວິດທີ່ສີວິໄລ. ກົດໝາຍເປັນສິ່ງຈຳເປັນຕໍ່ກັບຊີວິດມະນຸດ, ບ່ອນໃດມີມະນຸດ ບ່ອນນັ້ນມີສັງຄົມ ບ່ອນໃດມີສັງຄົມ ບ່ອນນັ້ນຕ້ອງມີກົດໝາຍ (ລາຕິນ Ubi homo, ibi societas. Ubi societas, ibi jus. Ergo ubi homo, ibi jus)
Source:https://sites.google.com/site
/boualays/boualay-s-9
Monday, June 19, 2017
Image does not exist: https://3.bp.blogspot.com/-zwsVteQwNhs/WS_FO6nTNII/AAAAAAAAA7c/j89v-xDeB_kPA_7eg6g3rfZ4KlLZJfxhwCLcB/s320/8_Google_Webmaster_Tools_FI.png
Webmaster (ເວັບມາສເຕີຣ໌) ຄື: ຜູ້ທີ່ມີຫນ້າທີ່ຮັບຜິດຊອບໃນເລື່ອງຕ່າງໆ ຂອງເວັບໄຊ ທັງດ້ານການສ້າງ ແລະ ອອກແບບເວັບໄຊ ການພັດທະນາປັບປຸງຄຸນສົມບັດໃໝ່ໆ ການປັບແຕ່ງເວັບໄຊໃຫ້ຮອງຮັບມາດຕະຖານໃໝ່ໆ ການຊ່ອມແຊມບຳລຸງຮັກສາຂໍ້ມູນ ແລະ ລະບົບຄອມພິວເຕີຂອງເວັບໄຊ ການອັບເດດເນື້ອຫາ, ການສຳຮອງຂໍ້ມູນ ຈົນໄປເຖິງການເບິ່ງແຍງການຕະຫລາດ, ການໂຄສະນາປະຊາສຳພັນ ແລະ ການຫາລາຍໄດ້ ເປັນຕົ້ນ. Webmaster ອາດຈະເອີ້ນອີກຊື່ໜຶ່ງໄດ້ວ່າ: ຜູ້ເບິ່ງແຍງເວັບໄຊ (Website administrator)
Webmaster ມີສ່ວນສຳຄັນຫລາຍໃນເວັບໄຊໃນປະຈຸບັນ ເນື່ອງຈາກເປັນຜູ້ກຳນົດຮູບແບບການຕິດຕໍ່ລະຫວ່າງຜູ້ໃຊ້ ແລະ ເວັບໄຊ ໃນຂະນະທີ່ Webmaster ບາງຄົນຍັງມີບົດບາດໃນການກຳນົດແນວທາງ ແລະ ຮູບແບບການເຮັດວຽກງານຂອງເວັບໄຊນັ້ນໆອີກດ້ວຍ
ຄຸນສົມບັດຂອງ Webmaster
1. ຮັກການສຶກສາຄົ້ນຄວ້າ ແລະ ຄວາມຮູ້ໃໝ່ (Learning)
2. ຮັກງາມ ຮັກສະນຸກ ຮັກເພື່ອນມະນຸດ ແລະ ມອງໂລກໃນແງ່ດີ (Love)
3. ມີເປົ້າໝາຍໃນການພັດທະນາເວັບຊັດເຈນ (Objective)
4. ມີລະບຽບວິໄນໃນການໃຊ້ຊີວິດ ແລະ ການທໍາງານ (Rule)
5. ພະຍາຍາມເຫັນປະໂຫຍດສ່ວນລວມຫລາຍຂຶ້ນ (Public)
[Read more…]
Image does not exist: https://3.bp.blogspot.com/-ST9FzVUZVQo/WUYapfjbPoI/AAAAAAAABEY/ijJcELrMlRgTXxuYQk0Qq7ZgZoK2jSyoQCLcBGAs/s200/xml-file-format-symbol_318-45423.jpg
XML ຫຍໍ້ມາຈາກ Extensible Markup Language ຄື ພາສາໜຶ່ງທີ່ໃຊ້ໃນການສະແດງຜົນຂໍ້ມູນ ຊຶ່ງພາສາທີ່ໃຊ້ກຳນົດຮູບແບບຂອງຄຳສັ່ງພາສາ HTML ຫລື ທີ່ເອີ້ນວ່າ Meta Data ຊຶ່ງຈະໃຊ້ສຳລັບກຳນົດຮູບແບບຂອງຄຳສັ່ງ Markup ຕ່າງໆ ຖ້າປຽບທຽບກັບພາສາ HTML ຈະແຕກຕ່າງກັນທີ່ HTML ຖືກອອກແບບມາເພື່ອການສະແດງຜົນຢ່າງດຽວເທົ່ານັ້ນ ເຊັ່ນໃຫ້ສະແດງຜົນຕົວນ້ອຍ ຕົວໜາ ຕົວອຽງ ເໝືອນທີ່ເຮົາເຄີຍເຫັນໃນເວັບເພຈທົ່ວໄປ ແຕ່ພາສາ XML ນັ້ນຖືກອອກແບບມາເພື່ອເກັບຂໍ້ມູນ ໂດຍທັງຂໍ້ມູນ ແລະ ໂຄງສ້າງຂອງຂໍ້ມູນນັ້ນໆ ໄວ້ນຳກັນ ສ່ວນການສະແດງຜົນກໍຈະໃຊ້ພາສາສະເພາະຊຶ່ງກໍຄື XSL (Extensible Stylesheet Language)
ພາສາ XML ມີໂຄງສ້າງທີ່ປະກອບດ້ວຍແທັກເປີດ ແລະ ແທັກປິດ ເຊັ່ນດຽວກັບພາສາ HTML ແຕ່ພາສາ XML ເຮົາສາມາດສ້າງແທັກທັງຫມົດທັງກຳນົດໂຄງສ້າງຂອງຂໍ້ມູນໄດ້ເອງ ຊຶ່ງຄວາມສາມາດກົງນີ້ຕົວພາສາ ເຮັດບໍ່ໄດ້ເພາະພາສາ HTML ຖືກກຳນົດແທັກຕາຍຕົວໂດຍ W3C ຫລື World Wide Web Consortium ອາດກ່າວໄດ້ວ່າ XML ເປັນສ່ວນເສີມຂອງ HTML ເພາະຕົວ XML ບໍ່ສາມາດສະແດງຜົນໄດ້ໃນຕົວຂອງມັນເອງ ຫາກຕ້ອງການສະແດງຜົນທີ່ຖືກຕ້ອງ ຈະຕ້ອງມີການໃຊ້ຮ່ວມກັບພາສາອື່ນ ເຊັ່ນ HTML,JSP, PHP , ASP ຫລື ພາສາອື່ນໆ ທີ່ສະໜັບສະໜຸນ XML ຈະມີນາມສະກຸນເປັນ .XML ສາມາດສ້າງຂຶ້ນຈາກໂປຣແກຣມປະເພດ Text Editor ໃດກໍໄດ້ ເຊັ່ນ: Notepad, Editplus, DreamWeaver, MS Word ເປັນຕົ້ນ
[Read more…]
Saturday, June 17, 2017
ມັກມີຫລາຍຄົນຖາມບັນຫານີ້ກັບຂ້າພະເຈົ້າ ວ່າ www ຫລື W ສາມໂຕນີ້ ມັນແມ່ນຫຍັງ? ເປັນຫຍັງຊື່ເວັບ ຫລື domain name ມັນຈຶ່ງມັກຂຶ້ນຕົ້ນດ້ວຍສາມໂຕນີ້.
ຂໍລອງອະທິບາຍເບິ່ງ ຖ້າຜິດພາດຂາດເຂີນໄປກະຂໍໃຫ້ເພີ້ມໃສ່ໃຫ້ແດ່ ໃນບ່ອນ comment.
www ຫຍໍ້ມາຈາກ world wide web. ແປໄປເທື່ອລະຕົວນຳກັນເນາະ, web ແປວ່າໄຍແມງມຸມ ຫລື ແມ່ນການເຊື່ອມໂຍງກັນເປັນໂຍງໄຍປານໄຍແມງມຸມ ລະບົບເຄືອຂ່າຍຄອມພິວເຕີໃນປະຈຸບັນມັນເປັນແບບນີ້ລະ, world wide ກໍ່ແມ່ນທົ່ວໂລກ ດັ່ງນັ້ນ ແປລວມແມ່ນ ການໂຍງໄຍກັນໄປທົ່ວໂລກ. ຊື່ເວັບໃນໂລກນີ້ ສ່ວນໃຫຍ່ແມ່ນ ຂຶ້ນຕົ້ນດ້ວຍສາມຕົວນີ້, www.alexzblog.tk ເປັນ domain, ສ່ວນ mail.alexzblog.tk ເປັນ subdomain.
ສ່ວນໃຫຍ່ແລ້ວ subdomain ບໍ່ຂຶ້ນຕົ້ນດ້ວຍ www
Source : http://laobeginner.blogspot.com/2007/04/www.html
DNS ແມ່ນເຄື່ອງຄອມພິວເຕີໃນລະບົບອິນເທີເນັດ ຈະຕິດຕໍ່ສື່ສານກັນຜ່ານທາງ IP Address ເຊັ່ນ 31.170.166.214 ເປັນຕົ້ນ ຊຶ່ງຫາກ IP Address ດັ່ງກ່າວນີ້ເປັນຂອງເຄື່ອງເຊີເວີທີ່ໃຫ້ບໍລິການເວັບໄຊ ຜູ້ໃຊ້ກໍສາມາດພິມ IP Address ນີ້ລົງໃນຊ່ອງ Address Bar ຂອງບຣາວເຊີເພື່ອເຂົ້າເຖິງເວັບໄຊນີ້ໄດ້ ແຕ່ຢ່າງໃດກໍຕາມ ການໃຊ້ IP Address ໃນການເຂົ້າເຖິງເວັບໄຊນັ້ນຈື່ຍາກ ແລະ ບໍ່ສະດວກໃນການໃຊ້ງານ ຈຶ່ງມີການຄິດຄົ້ນສິ່ງທີ່ຮຽກວ່າ Domain Name ຂຶ້ນມາ ຊຶ່ງເປັນການໃຊ້ຊື່ທີ່ເປັນຕົວອັກສອນທີ່ມີຄວາມຫມາຍໃນການຮຽກແທນ IP Address ເຊັ່ນ alexzblog.tk ສາມາດໃຊ້ຮຽກແທນ IP Address 31.170.166.214 ໄດ້ ເປັນຕົ້ນ ການເຮັດວຽກງານຂອງລະບົບດັ່ງກ່າວນີ້ປຽບໄດ້ກັບການຈົດບັນທຶກລາຍຊື່ຜູ້ຕິດຕໍ່ລົງໃນສະໝຸດໂທລະສັບ ຊຶ່ງເປັນການແທນທີ່ໝາຍເລກໂທລະສັບດ້ວຍຊື່ຂອງຜູ້ຕິດຕໍ່ທີ່ຈື່ງ່າຍກວ່າ ໂປໂຕຄອນທີ່ໃຊ້ໃນການສືບຄົ້ນ Domain Name ເພື່ອຫາ IP Address ທີ່ສຳພັດກັບ Domain Name ນັ້ນ ຮຽກວ່າ Domain Name System (DNS)
Friday, June 16, 2017
ອານາຈັກລ້ານຊ້າງຫຼວງພະບາງ
1. ເຈົ້າເພັດຊະລາດ ລັດຕະນະວົງສາ ເລີ່ມ 1940 - 10 ຕຸລາ 1945
ລາຊະອານາຈັກລາວ (ຄ.ສ 1945 - ຄ.ສ 1975)
1. ພະຍາ ຄຳມ້າວ ວິໄລ (ຫົວໜ້າຄະນະລັດຖະບາຍຊົ່ວຄາວ) 20 ຕຸລາ 1945 - 23 ເມສາ 1946
2. ເຈົ້າກິນດາວົງ 23 ເມສາ 1946 - 15 ມີນາ 1947
3. ເຈົ້າສຸວັນນະລາດ 15 ມີນາ 1947 - 25 ມີນາ 1948
4. ເຈົ້າບຸນອຸ້ມ ນະ ຈຳປາສັກ (ສະໄໝທີ 1) 25 ມີນາ 1948 - 24 ກຸມພາ 1950
5. ທ່ານ ຜຸຍ ຊະນະນິກອນ (ສະໄໝທີ 1) 24 ກຸມພາ 1950 - 15 ຕຸລາ 1951
6. ເຈົ້າສີສະຫວ່າງວັດທະນາ 15 ຕຸລາ 1951 - 21 ພະຈິກ 1951
7. ເຈົ້າສຸວັນນະພູມາ ລັດຕະນະວົງ (ສະໄໝທີ 1) 21 ພະຈິກ 1951 – 20 ຕຸລາ 1954
8. ທ່ານ ກະຕ່າຍ ໂດນສະໂສລິດ 25 ພະຈິກ 1954 – 21 ມີນາ 1956
9. ເຈົ້າສຸວັນນະພູມາ ລັດຕະນະວົງ (ສະໄໝທີ 2) 21 ມີນາ 1956 – 17 ສິງຫາ 1958
10. ທ່ານ ຜຸຍ ຊະນະນິກອນ (ສະໄໝທີ 2) 17 ສິງຫາ 1958 – 31 ທັນວາ 1959
11. ທ່ານ ສຸນທອນ ປະຖຳມະວົງ (ຜູ້ບັນຊາການກອງທັບລາຊະອານາຈັກລາວ) 31 ທັນວາ 1959 - 7 ມັງກອນ 1960
12. ທ່ານ ກຸ ອະໄພ 7 ມັງກອນ 1960 - 3 ມິຖຸນາ 1960
13. ເຈົ້າສົມສະໜິດ 3 ມິຖຸນາ 1960 - 15 ສິງຫາ ຄ.ສ 1960
14. ເຈົ້າສຸວັນນະພູມາ ລັດຕະນະວົງ (ສະໄໝທີ 3) 30 ສິງຫາ 1960- 13 ທັນວາ 1960
15. ເຈົ້າບຸນອຸ້ມ ນະ ຈຳປາສັກ (ສະໄໝທີ 2) 13 ທັນວາ 1960 – 23 ມິຖຸນາ 1962
16. ເຈົ້າສຸວັນນະພູມາ ລັດຕະນະວົງ (ສະໄໝທີ 4) 23 ມິຖຸນາ 1962 – 2 ທັນວາ 1975
ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ (ຄ.ສ 1975 - ປັດຈຸບັນ)
1. ທ່ານ ໄກສອນ ພົມວິຫານ 8 ທັນວາ 1975 – 15 ສິງຫາ 1991
2. ທ່ານ ຄຳໄຕ ສີພັນດອນ 15 ສິງຫາ 1991 – 24 ກຸມພາ 1998
3. ທ່່ານ ສີສະຫວາດ ແກ້ວບຸນພັນ 24 ກຸມພາ 1998 – 27 ມີນາ 2001
4. ທ່ານ ບຸນຍັງ ວໍລະຈິດ 27 ມີນາ 2001 – 8 ມິຖຸນາ 2005
5. ທ່ານ ບົວສອນ ບຸບຜາວັນ 8 ມິຖຸມາ 2005 – 23 ທັນວາ 2010
6. ທ່ານ ທອງສິງ ທຳມະວົງ 23 ທັນວາ 2010 - 20 ເມສາ 2016
7. ທ່ານທອງລຸນ ສີສຸລິດ 20 ເມສາ 2016 - ປັດຈຸບັນ
ຂອບໃຈ ຂໍ່ມູນຈາກ: http://www.idsala.com/2017/05/blog-post_26.html
Wednesday, June 14, 2017
Image does not exist: https://bitcoin.org/img/icons/opengraph.png
Bitcoin ຖືກເອີ້ນວ່າເປັນສະກຸນເງິນ Digital ຫຼື ເອີ້ນວ່າ Cryptocurrency ເຊິ່ງຢູ່ພາຍໃຕ້ການເບິ່ງແຍງຂອງລະບົບເຄືອຂ່າຍຂອງຄອມພິວເຕີທົ່ວໂລກ (Computer Netwrok) ຫາກໃຜມັກໂຫລດ bit torrent ແມ່ນຈະເຂົ້າໃຈເພາະມັນມີລັກສະນະຄ້າຍໆກັນ
ສະນັ້ນ ໃນບົດຄວາມນີ້ຈະຂໍອະທິບາຍສັ້ນໆ ແບບເຂົ້າໃຈງ່າຍໆກັນກໍ່ພໍ
ເລີ່ມຈາກ
ປັດຈຸບັນເຈົ້າເປີດຮ້ານຂາຍເກີບແລະເສື້ອຜ້າຢູ່, ມີລູກຄ້າມາຊື້ເກີບ ແລະ ເສື້ອຜ້າໝົດມື້ ໄດ້ເງິນມາ 5,000,000ກີບ, ແລ້ວເຈົ້າກໍ່ໄປທະນາຄານ ແລ້ວກໍ່ເປີດບັນຊີເງິນຝາກເງິນຈຳນວນນັ້ນ. ໃນການຝາກເງິນຈຳນວນ 5,000,000ກີບ ນັ້ນ ທະນາຄານຈະລົງຂໍ້ມູນໃນລະບົບຂອງທະນາຄານ ແລະ ໃນປຶ້ມບັນຊີເງິນຝາກວ່າເຈົ້າມີເງິນ 5,000,000ກີບ ໃນບັນຊີຂອງເຈົ້າ.
ແຕ່ສຳລັບ Bitcoin
Bitcoin ຈະເຮັດວຽກຕ່າງຈາກລະບົບທີ່ເຮົາພົບເຫັນທົ່ວໄປ ດັ່ງທີ່ເວົ້າມາຂ້າງເທິງນີ້, ເຈົ້າເຂົ້າໄປດາວໂຫລດໂປຼແກຼມ Bitcoin Wallet ມາໄວ້ໃນເຄື່ອງຄອມພິວເຕີ ຫຼື ແອັບໃນໂທລະສັບ, ເຊິ່ງໂປຼແກຼມ Bitcoin Wallet ນີ້ຈະຊ່ວຍສ້າງ Address ຫຼື ເອີ້ນງ່າຍໆໃຫ້ເຂົ້າໃຈມັນກໍ່ຄືເລກບັນຊີຂອງເຈົ້າເອງ ໂດຍທີ່ເຈົ້າຈະເປັນຄົນດຽວທີ່ເປັນເຈົ້າຂອງ ແລະ ເວລາທີ່ເຈົ້າຂາຍເກີບ ຫຼື ເສື້ອຜ້າ ຜູ້ຊື້ທີ່ຈ່າຍເງິນດ້ວຍ bitcoin ກໍ່ຈະຈ່າຍມາຍັງ Address (ບັນຊີ) ຂອງເຈົ້າ.
ສະນັ້ນແລ້ວ ເຂົ້າໃຈງ່າຍໆຄື bitcoin Wallet ເປັນປຶ້ມບັນຊີທະນາຄານຂອງເຈົ້າ ແລ້ວ Address ເປັນເລກບັນຊີທະນາຄານ.
ນອກນັ້ນໃນເລື່ອງຂອງ cryptocurrency ມັນກໍ່ຈະມີ Block Chain, ແລະ Block Chain ກໍ່ຄືໄຟລ໌ທີ່ໃຊ້ໃນການບັນທຶກຂໍ້ມູນການຝາກ ຫຼື ການໂອນຂອງທຸກຄົນ ຫຼື ທຸກບັນຊີ. ສຸດທ້າຍ Bitcoin ກໍ່ປຽບຄືກັບ ທະນະບັດ
[Read more…]