Tuesday, February 12, 2019
Image does not exist: https://helpdesk.ssls.com/hc/article_attachments/360002465192/14.png
ເຮົາສາມາດນຳໃຊ້ຄຳສັ່ງ zmcertmgr ໃນzimbra ເພື່ອຕິດຕັ້ງ ssl certificate ຊຶ່ງມີຂັ້ນຕອນດັ່ງຕໍ່ໄປນີ້
1. ລັອກອິນເຂົ້າລະບົບເມວເຊີເວີເຮົາ ດ້ວຍຜູ້ໃຊ້ root ແລ້ວເຂົ້າໃຊ້ໃນນາມຊື່ຂອງ zimbra ດ້ວຍຄຳສັ່ງ
su - zimbra
ຫຼັງຈາກນັ້ນເຮົາຕ້ອງອັບໂຫຼດໄຟລ໌ certificate ທີ່ເຮົາກຽມໄວ້ແລ້ວ ກໍ່ຈະມີໄຟລ໌ certificate (.crt) ແລະ CA bundle (.ca-bundle) ທີ່ໄດ້ຈາກການຊື້ມານັ້ນເອງ ພ້ອມນັ້ນກໍ່ອັບໂຫລດໄຟລ໌ private key ແລະ CSR ທີ່ທ່ານສ້າງໄວ້ກ່ອນໜ້ານີ້ ຊຶ່ງໄຟລ໌ທັງໝົດນີ້ເກັບໄວ້ໃນໂຟນເດີ /tmp ແລະ private key ເກັບໄວ້ທີ່ /opt/zimbra/ssl/zimbra/commercial/commercial.key
2. ຢືນຍັນ ລະຫວ່າງ Private key ແລະ Certificate ດ້ວຍຄຳສັ່ງດັ່ງນີ້
/opt/zimbra/bin/zmcertmgr verifycrt comm /opt/zimbra/ssl/zimbra/commercial/commercial.key /tmp/alexzblog.crt /tmp/CA_Bundle.crt
3. ເປັນຂັ້ນຕອນການນຳເອົາ certificate ເຂົ້າໄປໃສ່ໃນລະບົບເມວ zimbra ໃຊ້ຄຳສັ່ງດັ່ງນີ້
[Read more…]
Wednesday, February 6, 2019
ລາຍລະອຽດກັບບົດຄວາມ
https://techsviewer.com/install-macos-mojave-vmware-windows/
Tuesday, February 5, 2019
Image does not exist: https://cdn-images-1.medium.com/max/558/0*2A5HtWIjrj-fBIGa.png
robots.txt ເປັນໄຟລ໌ທີ່ບອກໃຫ້ Search Engine ເຊັ່ນ google ,yahoo ມາເກັບຂໍ້ມູນໃນໜ້າເວັບຂອງເຮົາ ຊຶ່ງໃນທາງປະຕິບັດແລ້ວ ມັນຈະເກັບທຸກສ່ວນຂອງເວັບໄຊເຮົາ ຊຶ່ງຖ້າເຮົາບໍ່ຕ້ອງການໃຫ້ມັນຮຽກເກັບຂໍ້ມູນໃນສ່ວນໃດ ເຮົາກໍສາມາດປ້ອງກັນໄດ້ ດ້ວຍໄຟລ໌ robots.txt ນີ້ເອງ
ໂຣບອດ (Robot) ເປັນໂປຣແກຣມເກັບຂໍ້ມູນໃນອິນເຕີເນັດ ຊຶ່ງບາງເທື່ອ ຮຽກວ່າສະໄປເດີ (Spider) ຫລື ຄຣໍເລີ (Crawler) ຈະທໍາຫນ້າທີ່ລວບລວມໄຟລ໌ HTML ເພື່ອມາເປັນຂໍ້ມູນ ສໍາລັບສ້າງດັດສະນີຄົ້ນຫາ ໃຫ້ກັບ ເສິດເອັນຈິນ (Search Engine) ໂດຍທົ່ວໄປແລ້ວ ໂຣບອດຈະກັບມາທີ່ເວັບໄຊທີ່ອ່ານໄປແລ້ວ ເພື່ອກວດສອບ ການປ່ຽນແປງ ຕາມໄລຍະເວລາທີ່ກໍາໜົດ
ດັ່ງນັ້ນເຮົາຕ້ອງສ້າງໄຟລ໌ robots.txt ຂຶ້ນມາ ເພື່ອກຳນົດວ່າຈະໃຫ້ Robot ເຂົ້າໄປທີ່ໂຟນເດີໃດໄດ້
ແຕ່ຄຳຖາມຕອນນີ້ຄື ຈະສ້າງມັນໄດ້ແນວໃດ?
ວິທີການຄືໃຫ້ສ້າງໄຟລ໌ທີ່ຊື່ robots.txt ຂຶ້ນມາຈາກນັ້ນນຳມາວາງໄວ້ທີ່ Root Directory (ໄດເຣກເທີຣີ່ເລີ່ມຕົ້ນຂອງເວັບໄຊ)
ເຊັ່ນເວັບຂອງເຮົາ https://alexzblog.tk/robots.txt
ຫຼັງຈາກນັ້ນກັອບປີ້ຂໍ້ຄວາມນີ້ລົງໄປໃນໄຟລ໌ robotx.txt ເລີຍ
[Read more…]
Wednesday, January 23, 2019
freevulnsearch
Image does not exist: https://securityonline.info/wp-content/uploads/2019/01/Annotation-2019-01-19-150018.jpg
ນີ້ເປັນສະຄລິບ NMAP NSE ເປັນສ່ວນໜຶ່ງຂອງ ໂຄງການ OCSAF (ເວັບໄຊ https://freecybersecurity.org). ຮ່ວມສະແກນກັບ “-sV” ໃນ NMAP, ຊ່ອງໂຫວ່ທີ່ກ່ຽວຂ້ອງແມ່ນຖືກກຳນົດໂດຍອັດຕະໂນມັດ ດ້ວຍ ການນຳໃຊ້ CVE (Common Vulnerabilities and Exposures) ແລະ ລະດັບຄວາມຮູນແຮງຂອງ ຊ່ອງໂຫວ່ ແມ່ນກຳນົດດ້ວຍການໃຊ້ CVSS (Common Vulnerability Scoring System) ສຳລັບລາຍລະອຽດ, ຊ່ອງໂຫວ່ ແມ່ນຖືກກຳນົດຕາມ OSSTMM Framework.
[Read more…]