Saturday, June 17, 2017

IPV4 ແລະ IPV6 ຕ່າງກັນແນວໃດ?

Image does not exist: http://www.frankkung.com/wp-content/uploads/2016/10/ipv6-evolution.png

ເລີ່ມຈາກ IPv4 (32 bits) ເຊິ່ງເປັນຮູບແບບ IP ທີ່ເຮົາໃຊ້ກັນທົ່ວໄປ (ຕຢ: 192.168.1.1)
ແລ້ວເລກໃຫຍ່ສຸດທີ່ເຮົາສາມາດໃສ່ເຂົ້າໄປໃນແຕ່ລະລັອກແມ່ນເລກຫຍັງ?
ແມ່ນແລ້ວເນາະ 255 ນັ້ນເອງແລ້ວເປັນຫຍັງຈຶ່ງວ່າ 255 ?
ເພາະວ່າ IPv4 ຈະມີ 4 ຊ່ອງແມ່ນບໍ່ ແຕ່ລະຊ່ອງຈະເກັບ binary ຂະໜາດ 8 bits
ຫຼື ກໍ່ຄືຄຳນວນງ່າຍໆ 2^8 ຫຼື ອີກວິທີຄື ປ່ຽນເລກຖານສອງ -> ຖານສິບ
1 1 1 1 1 1 1 1 ກໍ່ຈະໄດ້ 255 ນັ້ນກໍ່ຄືຈຳນວນໃຫຍ່ສຸດຂອງ 1 ຊ່ອງເນາະເມື່ອລວມໆກັນແລ້ວ IPv4 ກໍ່ຈະເປັນ 2^32 ມັນສາມາດສ້າງໄອພີໄດ້ 4,294,967,296 ໄອພີແຕ່ວ່າປັດຈຸບັນມັນໃກ້ຈະເຕັມແລ້ວເຂົາເລີຍສ້າງ IPv6 ຂຶ້ນມາ

ສຳລັບໂຕ IPv6 ແມ່ນມັນຈະສາມາດເກັບ IP ໄດ້ຂະໜາດ 128bits ເນາະໂດຍມັນຈະແບ່ງເປັນ 8 ຊ່ອງ, ຊ່ອງລະ 16bits (16bits x 8 = 128bits) ຄືທີ່ຮູ້ເນາະເລກຖານ 10 ມັນຈະສາມາດສະແດງຜົນໄດ້ແຕ່ເລກ 0-9 ເທົ່ານັ້ນ ແລະ ເລກຂະໜາດ 16bits ມັນໃຫຍ່ຫລາຍຖ້າໃຊ້ເລກຖານ 10 ສະແດງເລກ 16bits ແບບເຕັມໆກໍ່ຈະໄດ້ 65535 ເຫັນບໍ່ວ່າເລກມັນໃຫຍ່ຫລາຍ. ສະນັ້ນເຂົາເລີຍເລືອກທີ່ຈະເອົາເລກຖານ 16 ມາສະແດງແທນເລກຖານ 10 ເພາະມັນຈະສັ້ນກວ່າ ແລະ ເບິ່ງງ່າຍກວ່າຄືຖ້າຈະສະແດງເລກເຕັມໆຂອງ 16 bits ໃນເລກຖານ 16 ກໍ່ຈະໄດ້ FFFF ເຫັນບໍ່ວ່າມັນສັ້ນກວ່າແຖມ
ເບິ່ງງ່າຍກວ່າ. ເພາະເລກຖານ 16 ສາມາດສະແດງ (0 1 2 3 4 5 6 7 8 9 A B C D E F ຄວາມໝາຍຄື 0-15 ຕາມລຳດັບ). ຄືຕົວຢ່າງໃນຮູບທາງລຸ່ມນີ້ກໍ່ຄືຈະມີ 8 ຊ່ອງແຕ່ຈະໃຊ້ພຽງແຕ່ 4 ຊ່ອງແລ້ວອີກ 4 ຊ່ອງທີ່ເຫຼືອເຮົາກໍ່ສາມາດປະມັນໄປໄດ້ເນາະບໍ່ຕ້ອງເອົາມາໃຊ້ໝົດ.

Image does not exist: http://www.frankkung.com/wp-content/uploads/2016/10/Capture.png

ຂອບໃຈ ຂໍ້ມູນ : http://www.frankkung.com/2016/10/12/ipv4-%E0%BB%81%E0%BA%A5%E0%BA%B0-ipv6-%E0%BA%95%E0%BB%88%E0%BA%B2%E0%BA%87%E0%BA%81%E0%BA%B1%E0%BA%99%E0%BB%81%E0%BA
%99%E0%BA%A7%E0%BB%83%E0%BA%94/

Subscribe

  • RSS Atom

ອອນລາຍ: 1 | ມື້ນີ້: 13 | ວານນີ້: 25 | ທິດນີ້: 93 | ເດືອນນີ້: 872 | ປີນີ້: 11832 | ລວມ: 78935