DNS ແມ່ນເຄື່ອງຄອມພິວເຕີໃນລະບົບອິນເທີເນັດ ຈະຕິດຕໍ່ສື່ສານກັນຜ່ານທາງ IP Address ເຊັ່ນ 31.170.166.214 ເປັນຕົ້ນ ຊຶ່ງຫາກ IP Address ດັ່ງກ່າວນີ້ເປັນຂອງເຄື່ອງເຊີເວີທີ່ໃຫ້ບໍລິການເວັບໄຊ ຜູ້ໃຊ້ກໍສາມາດພິມ IP Address ນີ້ລົງໃນຊ່ອງ Address Bar ຂອງບຣາວເຊີເພື່ອເຂົ້າເຖິງເວັບໄຊນີ້ໄດ້ ແຕ່ຢ່າງໃດກໍຕາມ ການໃຊ້ IP Address ໃນການເຂົ້າເຖິງເວັບໄຊນັ້ນຈື່ຍາກ ແລະ ບໍ່ສະດວກໃນການໃຊ້ງານ ຈຶ່ງມີການຄິດຄົ້ນສິ່ງທີ່ຮຽກວ່າ Domain Name ຂຶ້ນມາ ຊຶ່ງເປັນການໃຊ້ຊື່ທີ່ເປັນຕົວອັກສອນທີ່ມີຄວາມຫມາຍໃນການຮຽກແທນ IP Address ເຊັ່ນ alexzblog.tk ສາມາດໃຊ້ຮຽກແທນ IP Address 31.170.166.214 ໄດ້ ເປັນຕົ້ນ ການເຮັດວຽກງານຂອງລະບົບດັ່ງກ່າວນີ້ປຽບໄດ້ກັບການຈົດບັນທຶກລາຍຊື່ຜູ້ຕິດຕໍ່ລົງໃນສະໝຸດໂທລະສັບ ຊຶ່ງເປັນການແທນທີ່ໝາຍເລກໂທລະສັບດ້ວຍຊື່ຂອງຜູ້ຕິດຕໍ່ທີ່ຈື່ງ່າຍກວ່າ ໂປໂຕຄອນທີ່ໃຊ້ໃນການສືບຄົ້ນ Domain Name ເພື່ອຫາ IP Address ທີ່ສຳພັດກັບ Domain Name ນັ້ນ ຮຽກວ່າ Domain Name System (DNS)