Image does not exist: https://1.bp.blogspot.com/-rvTFXAFJv64/WS_IjKOZ1WI/AAAAAAAAA78/WZ5H1aSSo5Y3ACoqpdE1tyB-Nei544IyACLcB/s320/the-web-1.png
Web server ຄື ໂປຣແກຣມທີ່ຢູ່ ແລະ ເຮັດວຽກເທິງເຄື່ອງຝັ່ງ Server (Host) ເຮັດຫນ້າທີ່ໃນການຮັບຄຳສັ່ງຈາກການຮ້ອງຂໍຂອງຝັ່ງ Client (ໂດຍຜ່ານທາງ Browser) ແລະ ປະມວນຜົນການເຮັດວຽກງານຈາກການຮ້ອງຂໍດັ່ງກ່າວ ແລ້ວສົ່ງຂໍ້ມູນກັບໄປຍັງເຄື່ອງຂອງ Client ທີ່ຮ້ອງຂໍ ສະຫລຸບງ່າຍໆ ກໍຄື Web server ຄືໂປຣແກຣມທີ່ຄອຍຖ້າໃຫ້ບໍລິການແກ່ Client ທີ່ຮ້ອງຂໍຂໍ້ມູນເຂົ້າມາໂດຍຜ່ານ Browser ເວັບທີ່ຂຽນດ້ວຍ ASP ນັ້ນຈະເຮັດວຽກໄດ້ກໍຈະຕ້ອງມີ Web server ເປັນຕົວ Run ອີກເທື່ອໜຶ່ງ ດັ່ງນັ້ນ, ຖ້າເຮົາຕ້ອງການໃຫ້ເຄື່ອງຂອງເຮົາສາມາດ Run ASP ໄດ້ເຮົາຈະຕ້ອງຈຳລອງເຄື່ອງຄອມພິວເຕີຂອງເຮົາໃຫ້ເປັນ Server ໂດຍໃຊ້ໂປຣແກຣມ Web Server.
ຂັ້ນຕອນການເອີ້ນໃຊ້ງານ Web server ເພື່ອເຂົ້າເວັບໄຊ
- User ປ້ອນທີ່ຢູ່ເວັບໄຊ ຫລື URL (Uniform Resource Locator) http://www.comgeeks.net ໂດຍໃຊ້ໂປຣແກຣມເວັບເບຣາວ໌ເຊີຣ໌ ເຊັ່ນ Internet Explorer, Firefox, Chrome, Safari ແລະ Opera ເປັນຕົ້ນ
- ໂປຣແກຣມເວັບບຣາວເຊີຣ໌ຈະກວດສອບຊື່ເວັບໄຊ, Name server ຂອງໂດເມນນັ້ນ, ກວດສອບ Web server ທີ່ເວັບໄຊນັ້ນຖືກເກັບຢູ່ ພ້ອມທັງແປງ URL ນັ້ນເປັນໝາຍເລກ IP Address ຂອງ Web server ນັ້ນ
- ໂປຣແກຣມເວັບບຣາວເຊີຣ໌ກໍ່ການຕິດຕໍ່ກັບເຄື່ອງ Web server ຊຶ່ງຕາມປົກກະຕິຈະໃຊ້ Protocol TCP, ພອດ 80
- ເມື່ອໄດ້ຮັບອະນຸຍາດໃຫ້ກໍ່ການເຊື່ອມຕໍ່ກັບ Web server ແລະເວັບໄຊຕ໌ ໂປຣແກຣມເວັບເບຣາວ໌ເຊີຣ໌ຈະໃຊ້ Protocol HTTP ໃນການຮຽກເບິ່ງຂໍ້ມູນໃນເວັບໄຊຕ໌ນັ້ນ
- ທັງ 4 ຂັ້ນຕອນຂ້າງຕົ້ນ ຈະໃຊ້ເວລາພຽງສ່ຽວວິນາທີເທົ່ານັ້ນ
ຊອບແວບໍລິຫານເວັບໄຊທີ່ນິຍົມໃຊ້ເທິງ Web server ມີດັ່ງນີ້:
1. Apache HTTP Server ຈາກ Apache Software Foundation
2. Internet Information Server (IIS) ຈາກ Microsoft
3. Sun Java System Web Server ຈາກ Sun Microsystems
4. Zeus Web Server ຈາກ Zeus Technology
ເຄື່ອງຄອມພິວເຕີທີ່ນິຍົມນຳມາເຮັດ Web server ມີທັງແບບ Rack ແລະ ແບບ Desktop server ໂດຍລະບົບປະຕິບັດການທີ່ນິຍົມໃຊ້ມີຢູ່ 2 ຕົວຄື: Windows Server ແລະ Linux Server
ຫມາຍເຫດ ເມື່ອທຽບກັບລະບົບ Network ຫລື ລະບົບເຄືອຂ່າຍທັ່ວໄປ Web server ເຮັດຫນ້າທີ່ເໝືອນໂຮດຕ໌ ຫລື Server ສ່ວນຜູ້ໃຊ້ງານເວັບໄຊປຽບເຫມືອນເຄື່ອງລູກຂ່າຍ
Source: http://silichanhtho.blogspot.com/2017/06/web-server.html