Image does not exist: https://3.bp.blogspot.com/-zwsVteQwNhs/WS_FO6nTNII/AAAAAAAAA7c/j89v-xDeB_kPA_7eg6g3rfZ4KlLZJfxhwCLcB/s320/8_Google_Webmaster_Tools_FI.png
Webmaster (ເວັບມາສເຕີຣ໌) ຄື: ຜູ້ທີ່ມີຫນ້າທີ່ຮັບຜິດຊອບໃນເລື່ອງຕ່າງໆ ຂອງເວັບໄຊ ທັງດ້ານການສ້າງ ແລະ ອອກແບບເວັບໄຊ ການພັດທະນາປັບປຸງຄຸນສົມບັດໃໝ່ໆ ການປັບແຕ່ງເວັບໄຊໃຫ້ຮອງຮັບມາດຕະຖານໃໝ່ໆ ການຊ່ອມແຊມບຳລຸງຮັກສາຂໍ້ມູນ ແລະ ລະບົບຄອມພິວເຕີຂອງເວັບໄຊ ການອັບເດດເນື້ອຫາ, ການສຳຮອງຂໍ້ມູນ ຈົນໄປເຖິງການເບິ່ງແຍງການຕະຫລາດ, ການໂຄສະນາປະຊາສຳພັນ ແລະ ການຫາລາຍໄດ້ ເປັນຕົ້ນ. Webmaster ອາດຈະເອີ້ນອີກຊື່ໜຶ່ງໄດ້ວ່າ: ຜູ້ເບິ່ງແຍງເວັບໄຊ (Website administrator)
Webmaster ມີສ່ວນສຳຄັນຫລາຍໃນເວັບໄຊໃນປະຈຸບັນ ເນື່ອງຈາກເປັນຜູ້ກຳນົດຮູບແບບການຕິດຕໍ່ລະຫວ່າງຜູ້ໃຊ້ ແລະ ເວັບໄຊ ໃນຂະນະທີ່ Webmaster ບາງຄົນຍັງມີບົດບາດໃນການກຳນົດແນວທາງ ແລະ ຮູບແບບການເຮັດວຽກງານຂອງເວັບໄຊນັ້ນໆອີກດ້ວຍ
ຄຸນສົມບັດຂອງ Webmaster
1. ຮັກການສຶກສາຄົ້ນຄວ້າ ແລະ ຄວາມຮູ້ໃໝ່ (Learning)
2. ຮັກງາມ ຮັກສະນຸກ ຮັກເພື່ອນມະນຸດ ແລະ ມອງໂລກໃນແງ່ດີ (Love)
3. ມີເປົ້າໝາຍໃນການພັດທະນາເວັບຊັດເຈນ (Objective)
4. ມີລະບຽບວິໄນໃນການໃຊ້ຊີວິດ ແລະ ການທໍາງານ (Rule)
5. ພະຍາຍາມເຫັນປະໂຫຍດສ່ວນລວມຫລາຍຂຶ້ນ (Public)
ຫນ້າທີ່ຂອງເວັບມາສເຕີ
1. ເວັບມາສເຕີຣ໌ (Webmaster): ເຮັດຫນ້າທີ່ວາງແຜນ ອອກແບບສ່ວນເນື້ອຫາເວັບໄຊ ປັບປຸງຂໍ້ມູນທີ່ໄດ້ຈາກຜູ້ໃຊ້ ພັດທະນາເທັກນິກ ຫລື ຮູບແບບຂອງເວັບໃຫ້ທັນສະໄໝ ຈົນໄປເຖິງບໍລິຫານ ແລະ ຈັດເກັບຂໍ້ມູນໃຫ້ເປັນລະບຽບ ເຂົ້າເຖິງງ່າຍ
2. ເຈົ້າຫນ້າທີ່ເຄືອຂ່າຍ (Network controller): ເຮັດຫນ້າທີ່ຕິດຕັ້ງໃຫ້ຄອມພິວເຕີພາຍໃນອົງກອນທັງໝົດຮູ້ຈັກກັນ ຫລື ຮູ້ຈັກກັບເຄືອຂ່າຍນອກລະບົບເຊັ່ນ: ອິນເທີເນັດ ຫລື ສາຂາຍ່ອຍຂອງບໍລິສັດ ເປັນຕົ້ນ ສາມາດແບ່ງປັນຊັບຍາກອນ ເຊັ່ນ: ເຄື່ອງພິມ ຫລື ສື່ເກັບຂໍ້ມູນ ໃຫ້ໃຊ້ຮ່ວມກັນ ແລະ ການບຳລຸງຮັກສາລະບົບ ເຊັ່ນ: ການຍ້າຍ, ການຕິດຕັ້ງໃໝ່, ການແກ້ບັນຫາທີ່ກ່ຽວກັບໂປຣແກຣມ ເປັນຕົ້ນ
3. ຜູ້ເບິ່ງແຍງເຄື່ອງບໍລິການ (Server administrator): ເຮັດຫນ້າທີ່ເຮັດໃຫ້ຄອມພິວເຕີສາມາດບໍລິການໄດ້ ເຊັ່ນ: ບໍລິການ web, e-mail, ftp, dhcp, radius, dns, ປຣັອກຊີ ຫລື webboard ເປັນຕົ້ນ ຜູ້ເບິ່ງແຍງຈະສາມາດຕິດຕັ້ງ ບຳລຸງຮັກສາ ໃຫ້ເຄື່ອງບໍລິການສາມາດເຮັດວຽກໄດ້ຕະຫລອດເວລາ ຈົນໄປເຖິງການກວດສອບການເຂົ້າເຖິງ ຫລື ການເຮັດວຽກງານທີ່ບໍ່ຖືກຕ້ອງຂອງຜູ້ບຸກລຸກ ຊຶ່ງອາດເກີດຈາກ hacker ຫລື virus ເປັນຕົ້ນ
4. ຜູ້ວິເຄາະ ແລະ ອອກແບບລະບົບ ແລະ ນັກຂຽນໂປຣແກຣມ (System analysis and design ແລະ programmer): ເຮັດຫນ້າທີ່ສຶກສາບັນຫາຂອງຜູ້ໃຊ້ ວິເຄາະລະບົບເດີມ ແລະ ອອກແບບລະບົບໃໝ່ໄປຈົນເຖິງ ການພັດທະນາໂປຣແກຣມບຳລຸງຮັກສາ ແລະ ຈັດເຮັດຄູ່ມື ເພາະວ່າ ນັກຄອມພິວເຕີໃນອົງກອນຂະໜາດນ້ອຍຈຳນວນຫລາຍ ເຮັດວຽກພຽງຄົນດຽວ ແຕ່ຕ້ອງຮັບຜິດຊອບທຸກງານທີ່ກ່ຽວກັບຄອມພິວເຕີໃນອົງກອນ
5. ເຈົ້າຫນ້າທີ່ເທັກນິກ (Technical support): ເຮັດຫນ້າທີ່ແກ້ບັນຫາທາງເທັກນິກ ເຊັ່ນ: ຄອມພິວເຕີເສຍ ຫລື ບັນຫາອື່ນທີ່ກ່ຽວຂ້ອງ ບາງອົງກອນອາດມີ Harddisk ຫລື mouse ສຳຮອງ ໄວ້ປ່ຽນໃຫ້ຜູ້ໃຊ້ໃນກໍລະນີມີບັນຫາ ຜູ້ເຮັດຫນ້າທີ່ແກ້ບັນຫາຄອມພິວເຕີມັກມີອຸປະກອນສຳຮອງເກັບໄວ້ ເພາະວ່າ ປັດຈຸບັນຄອມພິວເຕີບໍ່ໄດ້ມີບັນຫາສະເພາະດ້ານໂປຣແກຣມພຽງຢ່າງດຽວ ຖ້າມີບັນຫາ ເຊັ່ນ: ເຄື່ອງຍຸດເຮັດວຽກ (Hang) ເລື້ອຍໆ ຫລື ໂປຣແກຣມໃຊ້ງານບໍ່ໄດ້ຕາມປົກກະຕິ ເຈົ້າຫນ້າທີ່ກໍຕ້ອງທຳການຕິດຕັ້ງໂປຣແກຣມໃໝ່ທັງຫມົດ (Format) ຊຶ່ງເປັນວິທີແກ້ບັນຫາກັບເຄື່ອງຄອມພິວເຕີທີ່ໃຊ້ມາດົນ ແລະ ປະມວນຜົນໄດ້ຊ້າ
6. ຜູ້ເບິ່ງແຍງຈົດຫມາຍເອເລັກໂຕນິກ (Postmaster): ເຮັດຫນ້າທີ່ເບິ່ງແຍງຂໍ້ມູນຂອງຜູ້ໃຊ້ ໂດຍເນັ້ນໃນເລື່ອງຂອງຈົດຫມາຍເອເລັກໂຕນິກ ເປັນຫຼັກ ເຊັ່ນ: ການສ້າງລະຫັດຜູ້ໃຊ້ ເບິ່ງແຍງຜູ້ໃຊ້ທີ່ໃຊ້ງານບໍ່ຖືກຕ້ອງ ຈົນໄປເຖິງການເຮັດໃຫ້ເຄື່ອງບໍລິການຈົດຫມາຍເຮັດວຽກໄດ້ຕະຫລອດເວລາ
Image does not exist: https://3.bp.blogspot.com/-gD8sHg3osO8/WS_Fu5WGMaI/AAAAAAAAA7k/ssakRGTfSiMypx0jfA2BzY_hO5aLHqklACLcB/s200/problems-3.jpg
1. ອັດຕາການຮັບ-ສົ່ງຂໍ້ມູນ (Data transfer) ຫລື ຈຳນວນການເຂົ້າເວັບໄຊຫລາຍເກີນຂໍ້ຈຳກັດ
ຂອງຜູ້ໃຫ້ບໍລິການ
2. ພື້ນທີ່ເກັບຂໍ້ມູນ (Storage) ມີຂະໜາດນ້ອຍເກີນໄປ ເຮັດໃຫ້ເກັບຂໍ້ມູນເພີ່ມບໍ່ໄດ້
3. ຜູ້ບຸກລຸກ (Hacker) ເຂົ້າມາເຈາະລະບົບ ຈາກບໍລິການທີ່ເວັບມາສເຕີເປີດບໍລິການ ແຕ່ບໍ່
ສາມາດຄວບຄຸມ
4. ເປີດບໍລິການທີ່ຍັງບໍ່ສົມບູນ (Incomplete services) ມັກເປັນບໍລິການທີ່ພັດທະນາຂຶ້ນໃຊ້ເອງ
ແຕ່ບໍ່ໄດ້ທົດສອບໃຫ້ດີ
5. ບໍ່ຮູ້ວິທີການ (Unknown) ທີ່ຈະພັດທະນາເວັບໄຊໃຫ້ບັນລຸເປົ້າໝາຍດ້ານບໍລິການ
6. ບໍ່ມີເວລາພັດທະນາຕໍ່ (No time) ເພາະມີງານອື່ນທີ່ສຳຄັນກວ່າຕ້ອງເຮັດ
7. ເຄື່ອງບໍລິການລົ້ມເຫລວ (No service) ເພາະຜູ້ໃຫ້ບໍລິການເຊົ່າພື້ນທີ່ສ້າງເວັບ (Webhosting) ບໍ່ຂະຫຍາຍສັກກາຍຍະພາບ
8. ເປີດບໍລິການແຕ່ບໍ່ມີຜູ້ເຂົ້າມາໃຊ້ບໍລິການ (Low hits) ເພາະບໍ່ເຂົ້າໃຈວິທີການປະຊາສຳພັນ ຫລື ເນື້ອຫາບໍ່ຈູງໃຈ
9. ມີລາຍໄດ້ບໍ່ພໍກັບຄ່າໃຊ້ຈ່າຍ (Low income)
Source : http://silichanhtho.blogspot.com/2017/06/webmaster.html