Saturday, July 1, 2017

CMS ແມ່ນຫຍັງ? ມີຂໍ້ດີຫຍັງ ແລະ CMS ມີປະໂຫຍດຢ່າງໃດ

ໃນການສ້າງເວັບໄຊຕ໌ໜຶ່ງເວັບໄຊຕ໌ຂຶ້ນມານັ້ນມີຄວາມຍາກງ່າຍແຕກຕ່າງກັນມາຖ້າປຽບທຽບກັບປັດຈຸບັນ ແລະ ອາດີດ ຊຶ່ງເມື່ອສະໄໝກ່ອນທີ່ເຮົາເລີ່ມຮູ້ຈັກຄອມພິວເຕີ ເລີ່ມຮູ້ຈັກເວັບໄຊຕ໌ ແລະ ເລີ່ມຮູ້ຈັກພາສາຄອມພິວເຕີນັ້ນເປັນເລື່ອງຍາກຫລາຍສຳລັບການສ້າງເວັບໄຊຕ໌ໜຶ່ງເວັບໄຊຕ໌ ເພາະຄົົນທີ່ສ້າງເວັບໄຊຕ໌ໄດ້ນັ້ນຈະຕ້ອງເປັນຄົົນທີ່ມີຄວາມຮູ້ໃນດ້ານຄອມພິວເຕີ ແລະ ພາສາຄອມພິວເຕີຢ່າງຊຳນານເປັນຢ່າງຫລາຍເລີຍ ໂດຍໃນຍຸກຕົ້ນ ໆ ນັ້ນການສ້າງເວັບໄຊຕ໌ໜຶ່ງເວັບໄຊຕ໌ຈຳເປັນຕ້ອງຮູ້ຈັກພາສາ Html ຊຶ່ງເປັນພາສາຄອມພິວເຕີທີ່ໃຊ້ໃນການຂຽນເວັບໄຊຕ໌
ຕໍ່ມາໄດ້ມີການພັດທະນາໂປແກມສ້າງເວັບໄຊຕ໌ຂຶ້ນມາຢ່າງ Adobe Dreamweaver ຊຶ່ງໂປແກມນີ້ເປັນໂປແກມສ້າງເວັບໄຊຕ໌ທີ່ນິຍົມຫລາຍໃນອາດີດຈົນເຖິງປັດຈຸບັນກໍຍັງມີຜູ້ທີ່ພັດທະນາເວັບໄຊຕ໌ຜ່ານ Adobe Dreamweaver ເຊັ່ນກັນ ອີກໜຶ່ງໂປແກມຈະເປັນໂປແກມຂອງໄມໂຄຊອບ ຊື່ວ່າ ”FrontPage” ໜ້າຕາຂອງໂປແກມນີ້ຈະເໝືອນກັບການໃຊ້ງານ Microsoft Word ເລີຍລະ

ແຕ່ໃນຍຸກປັດຈຸບັນນີ້ການສ້າງເວັບໄຊຕ໌ບໍ່ແມ່ນເລື່ອງຍາກອີກຕໍ່ໄປແລ້ວ ຄົົນທີ່ຕ້ອງການມີເວັບໄຊຕ໌ເປັນຂອງຕົວເອງບໍ່ຈຳເປັນຕ້ອງມີຄວາມຮູ້ທາງດ້ານຄອມພິວເຕີ ບໍ່ຈຳເປັນຕ້ອງຮູ້ຈັກພາສາຄອມພິວເຕີ
ພຽງແຕ່ໃຊ້ງານ Word ແລະ ການຈັດໜ້າຂອງເວັບໄຊຕ໌ເປັນກໍຈະສາມາດມີເວັບໄຊຕ໌ເປັນຂອງຕົວເອງໄດ້ແລ້ວເນື່ອງຈາກມີຜູ້ຜະລິດ
ໂປແກມສຳເລັດຮູບ ສຳລັບການສ້າງເວັບໄຊຕ໌ທີ່ຊື່ວ່າ CMS (Content Management System) ຊຶ່ງໂປແກມນີ້ເປັນການລວບລວມເຄື່ອງມືປະຍຸກຕ່າງໆ ໄວ້ນຳກັນໂດຍເຄື່ອງມືທີ່ລວມໄວ້ຈະເປັນເຄື່ອງມືໃນການສ້າງເວັບໄຊຕ໌ ການບໍລິຫານເວັບໄຊຕ໌ ຊຶ່ງຜູ້ໃຊ້ງານນັ້ນບໍ່ຈຳເປັນເລີຍຈະຕ້ອງມີຄວາມຮູ້ໃນດ້ານຄອມພິວເຕີ ພາສາຄອມພິວເຕີເລີຍ ແຖມຍັງມີໂປແກມເສີມເຂົ້າມາຊ່ວຍເພີ່ມໃຫ້ການສ້າງເວັບໄຊຕ໌ເບິ່ງມີມາດຕະຖານຂຶ້ນ ໂປແກມເຫລົ່ານີ້ກໍມີພວກ ເວັບບອດ໌ ລະບົບຈັດການທາໂຄສະນາ ລະບົບນັບຈຳນວນຜູ້ຊົມ ກະຕ່າສິນຄ້າ ລະບົບແບບສອບຖາມ ແລະ ອື່ນໆ ອີກຫລວງຫລາຍ

ໂປແກມເສີມເຫລົ່ານີ້ເປັນໂປແກມທີ່ໃຊ້ງ່າຍພຽງແຕ່ຕັ້ງຄ່າພຽງນ້ອຍດຽວກໍສາມາດໃຊ້ງານໄດ້ແລ້ວ ຊຶ່ງຜູ້ທີ່ພັດທະນາ CMS ກໍບໍ່ແມ່ນໃຜທີ່ໃດແຕ່ເປັນກຸ່ມຄົົນທີ່ມີຄວາມຊ່ຽວຊານໃນພາສາຄອມພິວເຕີໃນຂະແໜງຕ່າງໆ ເຊັ່ນ: ພາສາ PHP, Python, ASP, JSP ແລະ Html ໄດ້ເຂົ້າມາພັດທະນາ CMS ໃຫ້ມີການໃຊ້ງານກັນຢ່າງແຜ່ຫລາຍຫລາຍຍິ່ງຂຶ້ນ ແລະ ສ່ວນໃຫຍ່ແລ້ວ CMS ຈະເປັນໂປແກມແບບ Open Source ຊຶ່ງໝາຍເຖິງທຸກຄົນສາມາດລວມກັນພັດທະນາ CMS ໃຫ້ມີຄວາມສາມາດໃຫ້ຫລາຍຂຶ້ນໄດ້
CMS (Content Management System) ທີ່ນິຍົມກັນຢູ່ໃນປັດຈຸບັນມີຢູ່ຫລາຍຄ້າຍນຳກັນ Mambo, Joomla, WordPress ແຕ່ສ່ວນຫລາຍແລ້ວທີ່ເຫັນມີການໃຊ້ງານ CMS ຈະເປັນ Joomla ແລະ WordPress ໂດຍເຮົາຈະແບ່ງປະເພດຂອງ CMS ອອກເປັນ 2 ປະເພດນຳກັນຄື
1. Personal CMS ເປັນ CMS ທີ່ຖືກພັດທະນາຈາກຄົນ ໆ ດຽວ ຫລື ຈາກທີມງານ ແຕ່ຈຸດປະສົງຫລັກຂອງ CMS ແບບນີ້ເພື່ອພັດທະນາມາໃຊ້ງານເອງ ແລະ ເປີດໃຫ້ທຸກຄົນສາມາດພັດທະນາ CMS ໄປນຳກັນໄດ້
2. Public CMS ເປັນ CMS ທີ່ພັດທະນາຂຶ້ນມາເພື່ອການພານິດຊຶ່ງຈະມີແບບໃຫ້ເປີດໃຊ້ງານຟຣີ ແລະ ແບບເສຍຄ່າໃຊ້ຈ່າຍເພື່ອໃຫ້ໄດ້ຟີເຈີລ໌ ຫລື ໂປແກມເສີມໃຫ້ຫລາຍຂຶ້ນ ຊຶ່ງມີຂໍ້ດີຢູ່ທີ່ CMS ແບບນີ້ຈະມີການພັດທະນາ CMS ຢ່າງສະຫມ່ຳສະເໝີ ແລະ ທັນສະໄໝຢູ່ຕະຫລອດ

ປະໂຫຍດຂອງ CMS
ຖ້າຈະໃຫ້ກ່າວເຖິງປະໂຫຍດຂອງ CMS ນັ້ນກໍຄົງຈະກ່າວໄດ້ວ່າເປັນເໝືອນເຄື່ອງມືທີ່ມາພິກໜ້າປະຫວັດສາດການສ້າງເວັບໄຊຕ໌ເລີຍ ເພາະເມື່ອກ່ອນຄົົນທີ່ສ້າງເວັບໄຊຕ໌ໄດ້ຈຳເປັນຕ້ອງເປັນຄົົນທີ່ມີຄວາມຮູ້ໃນການຂຽນໂປແກມໃນພາສາຕ່າງ ໆ ແຕ່ CMS ເປັນໂປແກມທີ່ຊ່ວຍໃຫ້ເຮົາສາມາດສ້າງເວັບໄຊຕ໌ໄດ້ຢ່າງອິດສະຫລະ ແລະ ມີໜ້າຕາເໝືອນກັບເວັບໄຊຕ໌ທີ່ມີໜ້າຕາງາມ ແລະ ມີລູກຫລິ້ນໃຫ້ຜູ້ໃຊ້ງານເລືອກໃຊ້ອີກຫລາຍ ທີ່ສຳຄັນທີ່ສຸດຄືຄົົນທີ່ໃຊ້ງານບໍ່ຈຳເປັນຕ້ອງມີຄວາມຮູ້ໃນການຂຽນໂປແກມ ພາສາຄອມພິວເຕີ ເໝືອນກັບສະໄໝກ່ອນ
ຂໍ້ດີຂອງ CMS
1. ປະຫຍັດຄ່າໃຊ້ຈ່າຍໃນການສ້າງ ແລະ ພັດທະນາເວັບໄຊຕ໌
2. ຜູ້ທີ່ໃຊ້ງານສາມາດໃຊ້ງານໄດ້ງ່າຍ ໂດຍເຮົາສາມາດຈັດການບໍລິຫານເວັບໄຊຕ໌ໄດ້ສະບາຍພ້ອມກັນນັ້ນຍັງສາມາດຫາລະບົບຈັດການໃໝ່ໆ ເຂົ້າມາເສີມໄດ້ອີກດ້ວຍ
3. ໜ້າຕາເວັບໄຊຕ໌ ຫລື ທີ່ເຮົາຮຽກວ່າທີມ (Theme) ສາມາດປ່ຽນໄດ້ງ່າຍ ຊຶ່ງມີທັງແບບຟຣີ ແລະ ແບບມີຄ່າໃຊ້ຈ່າຍ
ເມື່ອມີຂໍ້ດີກໍຕ້ອງມີຂໍ້ເສຍຄືກັນ ຊຶ່ງເປັນເລື່ອງທີ່ທຸກຄົນຈະຕ້ອງເຈີໃນການໃຊ້ CMS ຖ້າຜູ້ໃຊ້ງານຕ້ອງການປັບແຕ່ງ CMS ໃນເຊີງເລິກຜູ້ໃຊ້ງານຈຳເປັນຕ້ອງມີຄວາມຮູ້ເລື່ອງຂອງພາສາຄອມພິວເຕີເປັນຢ່າງດີເພາະ CMS ທຸກຕົວຖືກສ້າງຂຶ້ນມາຈາກຜູ້ທີ່ມີຄວາມຊ່ຽວຊານໃນການຂຽນໂປແກມ ເຮັດໃຫ້ຜູ້ໃຊ້ທີ່ຢາກຈະແກ້ໄຂລະບົບຕ່າງ ໆ ຈຳເປັນຢ່າງຍິ່ງທີ່ຈະຕ້ອງມີຄວາມຮູ້ໃນເລື່ອງຂອງລະບົບແລະພາສາທີ່ໃຊ້ງານໃນ CMS ດ້ວຍ

Subscribe

  • RSS Atom

ອອນລາຍ: 1 | ມື້ນີ້: 13 | ວານນີ້: 25 | ທິດນີ້: 93 | ເດືອນນີ້: 872 | ປີນີ້: 11832 | ລວມ: 78935