ໃນຄຳຖາມຂ້າງເທິງ ຂ້າພະເຈົ້າຈະສະຫຼຸບໂດຍຫຍໍ້ໄດ້ດັ່ງນີ້:
ກົດໝາຍ ແມ່ນບັນດາຄຳສັ່ງ, ຂໍ້ກຳນົດ ຫຼື ຂໍ້ບັງຄັບຂອງລັດ ຫຼື ຂອງປະເທດທີ່ໃຊ້ບັງຄັບການປະພຶດທັງຫຼາຍຂອງບຸກຄົນໃນການພົວພັນຊຶ່ງກັນ ແລະ ກັນ, ຖ້າຜູ້ໃດຝ້າຝືນ, ບໍ່ປະຕິບັດຕາມຈະຕ້ອງມີຄວາມຜິດ ແລະ ຖືກລົງໂທດ. ໃນທາງອາຍາອາດຈະມີໂທດປັບໃໝເປັນເງິນຫຼື ໂທດຈຳຄຸກ, ໃນທາງແພ່ງ ອາດຈະຖືກປັບໃໝໃຫ້ສຳລະໜີ້ ຫຼື ຊົດໃຊ້ຄ່າເສຍຫາຍເປັນຕົ້ນ.
ເປັນຫຍັງຕ້ອງມີກົດໝາຍ?
ເພາະກົດໝາຍ ເປັນເຄື່ອງມືຄວບຄຸມການປະພຶດຂອງຄົນໃນສັງຄົມ, ກົດໝາຍມີທີ່ກຳເນີດມາຈາກສີນລະທຳ,ຂະນົບທຳນຽມ,ຈາຮີດປະເພນີ, ສາດສະໜາ ແລະ ກົດເກນຂໍ້ກຳນົດ ຫຼື ຂໍ້ບັງຄັບຕາມລຳດັບ ໂດຍມີຈຸດປະສົງເພື່ອສ້າງຄວາມສະຫງົບ ແລະ ຄວາມເປັນລະບຽບຮຽບຮ້ອຍໃນສັງຄົມ,ສ້າງໃຫ້ສະມາຊິກໃນສັງຄົມມີສິນລະທຳ,ຍຸດຕິທຳເພື່ອໃຫ້ມີຊີວິດທີ່ສີວິໄລ. ກົດໝາຍເປັນສິ່ງຈຳເປັນຕໍ່ກັບຊີວິດມະນຸດ, ບ່ອນໃດມີມະນຸດ ບ່ອນນັ້ນມີສັງຄົມ ບ່ອນໃດມີສັງຄົມ ບ່ອນນັ້ນຕ້ອງມີກົດໝາຍ (ລາຕິນ Ubi homo, ibi societas. Ubi societas, ibi jus. Ergo ubi homo, ibi jus)
Source:https://sites.google.com/site
/boualays/boualay-s-9