Cloud computing ແມ່ນຫຍັງ ແລະ ມີປະໂຫຍດແນວໃດ?
Cloud computing ເປັນເຕັກໂນໂລຊີໃໝ່ ທີ່ກຳລັງໄດ້ຮັບຄວາມສົນໃຈ ຈາກຫຼາຍພາກສ່ວນ ເຖິງວ່າຈະຢູ່ໃນຊ່ວງເລີ້ມຕົ້ນ ຂອງການພັດທະນາ ດ້ານສະຖາປັດຕິຍະກຳ
ລະບົບ ແຕ່ກໍຖືວ່າເປັນການຕອບໂຈດ ທັງດ້ານຄວາມຕ້ອງການຂອງຜູ້ໃຊ້ ແລະ ຊັບພະຍາກອນທີ່ຈຳກັດ ເຊັ່ນ ຜູ້ໃຊ້ວຽກລະບົບຕ້ອງການເນື້ອທີ່ໃນການເກັບຂໍ້ມູນ ຄວາມໄວໃນການ ປະມວນຜົນ ແລະ ຕິດຕໍ່ກັບລູກຄ້າ Cloud computing ຈະເຂົ້າມາເຮັດການປະມວນຜົນຕາມຄວາມຕ້ອງການໃນເລື່ອງຂອງເນື້ອທີ່ ແລະ ສາມາດຈຳກັດ
ຄວາມໄວໃນການ ປະມວນຜົນໃຫ້ຖືກກັບຄວາມຕ້ອງການຂອງຜູ້ໃຊ້ວຽກທີ່ຂໍໄປ ໂດຍໃຫ້ຄອມພີວເຕີທີ່ເຮັດວຽກຮ່ວມກັນ ເຊື່ອມໂຍ່ງ ແລະ ແບ່ງກັນປະມວນຜົນ
ຊື່ງຄອມພີວເຕີທີ່ຮ່ວມປະມວນຜົນຫຼາຍໆໜ່ວຍ ບໍ່ຈຳເປັນຕ້ອງຕັ້ງຢູ່ບ່ອນດຽວກັນ ແຕ່ເຊື່ອມຕໍ່ກັນຜ່ານລະບົບເຄື່ອຂ່າຍແບບ Grid ຄອມພີວເຕີ ທີ່ປະມວນຜົນໃນກຸ່ມ ທີ່ເຮົາເອີ້ນວ່າ Cloud. ອາດຈະເປັນ ຄອມພີວເຕີທີ່ບໍ່ໄດ້ມີລະບົບປະຕິບັດການ ແລະ ຊັບພະຍາກອນຄືກັນ ແລະ ໜ້າຈໍຂອງຜູ້ໃຊ້ວຽກ User Interface ຈະສະແດງຜົນທີ່ວ່ອງໄວຕາມຄວາມຕ້ອງການຂອງລະບົບທີ່ຮ້ອງຂໍໄປ ໂດຍທີ່ຜູ້ໃຊ້ບໍ່ຈຳເປັນຕ້ອງຮູ້ວ່າ ເບື້ອງຫຼັງນັ້ນລະບົບຈະເຮັດວຽກກັນແນວໃດ
ທີ່ເຫັນໄດ້ຊັດເຈນທີ່ສຸດກໍ່ຄື Google Earth, Google Maps ແລະ Google Docs ຊື່ງ Google Earth ຫາກເຮົາເຊືໍ່ອມຕໍ່ອິນເຕີແນັດຍາມໃດເຮົາກໍ່ສາມາດເບິ່ງ ຮູບຖ່າຍ ດາວທຽມຜ່ານ Application ໂຕນີ້ ຖັດມາ Google Maps ເປັນ Platform Application ທີ່ອຳນວຍຄວາມສະດວກໃນການຄົ້ນຫາສະຖານທີ່ ແລະ ລັກສະນະທາງພູມສາດ ພ້ອມທັງມີຄວາມສາມາດ (Feature) ໃນການຄົ້ນຫາເສັ້ນທາງ ຫາຕຳແໜ່ງພິກັດ ແລະ ທີ່ຕັ້ງຂອງອົງກອນຕ່າງໆ ຫຼື ສະຖານທີ ທີ່ເຮົາຕ້ອງການ ສຸດທ້າຍ Google Docs ເປັນ Application ທີ່ຈຳລອງໂປຼແກຼມດ້ານ Office Platform ໂດຍບໍ່ຈຳເປັນຕ້ອງຕິດຕັ້ງຊ໋ອບແວໃດໆ
Application ທັງໝົດເຮັດວຽກຜ່ານ Browser ສາມາດຕອບຄຳຖາມດ້ານ Cloud computing ໄດ້ຊັດເຈນທີ່ສຸດ ບໍ່ຕ້ອງເສຍເວລາຈັດສັນຊັບພະຍາກອນ ປະຢັດງົບປະມານເພາະບໍ່ຕ້ອງຊື້ຊ່ອບແວດ້ານ Office ມາຮອງຮັບ ສາມາດເຮັດວຽກໄດ້ໃກ້ຄຽງກັບຊ໋ອບແວດ້ານ Office Platform ມາດຕະຖານ
ຫາກພິຈາລະນາ Google Application ທັງຫຼາຍແລ້ວ ເປັນລະບົບທີ່ໃຫ່ຍ ແລະ ເຮັດວຽກໜັກພໍສົມຄວນ ແຕ່ໃນເວລາທີ່ປະມວນຜົນໃຊ້ເວລາພຽງໜ້ອຍດຽວ ຜູ້ໃຊ້ວຽກບໍ່ຈຳເປັນຕ້ອງຕິດຕັ້ງອັນໃດເລີຍນອກຈາກ Browser ມາດຕະຖານທີ່ເຮົາໃຊ້ກັນປະສານກັບເຕັກໂນໂລຊີ Web 2.0 ເຮັດໃຫ້ລະບົບຈັດສັນຜູ້ໃຊ້ວຽກ
ໃນປະລິມານຫຼາຍ ບໍ່ເກີດຊ່ອງວ່າງການປະມວນຜົນ ຂະຫຍາຍຜູ້ໃຊ້ວຽກໄດ້ຕະຫຼອດ ຫາກເກີດຄວາມຕ້ອງການໃນການໃຊ້ລະບົບທີ່ເອີ້ນວ່າ Scalability
ຂໍ້ດີໃນສ່ວນນີ້ ເຮັດໃຫ້ແຍກການເຮັດວຽກຂອງຜູ້ໃຊ້ ແລະ ການເຮັດວຽກຂອງໜ່ວຍຄອມພີວເຕີ ທີ່ຮ່ວມປະມວນຜົນຜ່ານເຄື່ອຂ່າຍ Cloud ຢ່າງຊັດເຈນ ການສະແດງຜົນທີ່ປະກົດຈຶ່ງມີສະເຖຍລະພາບ ແລະ ມີປະສິດທິພາບ
Cloud computing ຈະເປັນ Business Model ທີ່ຍອມຮັບຈາກຫຼາຍບໍລິສັດ ເພາະນອກຈາກ Application ທີ່ຈຳລອງການເຮັດວຽກຂອງຊ໋ອບແວຂະໜາດໃຫ່ຍ (Virtualized) ແລ້ວ ໃນຕ່າງປະເທດຍັງມີຫຼາຍອົງກອນທີ່ພະຍາຍາມເຮັດການພັດທະນາລະບົບປະຕິບັດການສະເໝືອນ ຫຼື ລະບົບຈຳລອງ Operating System ຊື່ງເປັນອີກແນວທາງນຶ່ງທີ່ຮອງຮັບທຸລະກິດ
ກຸ່ມເປົ້າໝາຍທີ່ເຫັນໄດ້ຊັດເຈນຄື ກຸ່ມທຸລະກິດຂະໜາດນ້ອຍທີ່ມີຕົ້ນທຶນຕໍ່າໃນການຕິດຕັ້ງລະບົບປະຕິບັດການ ຕົວຢ່າງ ການຈຳລອງລະບົບປະຕິບັດການທີ່ເຫັນພາບໄດ້ດີທີ່ສຸດ ຄົງຈະແມ່ນ Open Source ຕົວນຶ່ງທີ່ມີຊື່ວ່າ EyeOs ຊື່ງເປັນລະບົບ Web Base Operating System ທີ່ມີໜ້າຈໍການເຮັດວຽກໃກ້ຄຽງລະບົບປະຕິບັດການຫຼັກໆ ດັ່ງເຊັ່ນ Microsoft Windows ຫຼື Linux
ຄຸນສົມບັດການເຮັດວຽກຂອງ EyeOs ນັ້ນຈຳລອງຄວາມສາມາດທຸກຢ່າງທີ່ລະບົບປະຕິບັດການມາດຕະຖານມີ ຕັ້ງແຕ່ການ Upload ຮູບພາບໄປໄວ້ໃນໜ້າຈໍ Desktop ຂອງ EyeOs ຫຼີ້ນ Game ແລະ Chat ຜ່ານເຄື່ອຂ່າຍກັບກຸ່ມເພື່ອນ ສ້າງ Document ຜ່ານ Text Editor ໃນລະບົບ ສາມາດເປີດ Browser ພາຍໃນ EyeOs ຜ່ານ Browser ອີກຕໍ່ ແລະ ທີ່ໜ້າສົນໃຈແມ່ນມີລະບົບ FTP (File Transfer Protocol) ຢ່າງງ່າຍໃນໂຕ ສາມາດເຊື່ອມຕໍ່ ແລະ Upload ໄຟລທີ່ແກ້ໄຂແລ້ວ ໂດຍບໍ່ຕ້ອງເສຍເວລາເປີດໂປຼແກຼມໃນໜ່ວຍຂອງເຮົາ ຫາກຕ້ອງການທົດລອງລະບົບປະຕິບັດການຜ່ານ Browser ດັ່ງກ່າວ ສາມາດຫາຂໍ້ມູນເພີ່ມຕື່ມໄດ້ທີ່ເວັບໄຊ http://eyeos.org
Source : http://www.rcmpt.gov.la/index.php/ict-knowledge/
2017-01-05-08-06-57/information-technologies/21-cloud-computing