Tuesday, July 18, 2017

ພາສາຄອມພິວເຕີ ແມ່ນຫຍັງ?

ພາສາຄອມພິວເຕີ ໝາຍເຖິງ ເປັນພາສາທີ່ມີຈຸດມຸ້ງໝາຍສະເພາະ ມີກົດເກນທີ່ຕາຍຕົວ ແລະ ຈຳກັດ ຄືຢູ່ໃນກອບໃຫ້ໃຊ້ຄຳ ແລະ ໄວຍາກອນທີ່ກຳນົດ ແລະ ມີການຕີຄວາມຫມາຍທີ່ຊັດເຈນ ຈຶ່ງຈັດພາສາຄອມພິວເຕີເປັນພາສາທີ່ມີຮູບແບບເປັນທາງການ ແຕ່ຄວາມເປັນຈິງພາສາໂປຣແກຣມຄືສ່ວນຫນຶ່ງຂອງພາສາຄອມພິວເຕີເທົ່ານັ້ນ ແລະ ມີພາສາອື່ນໆ ທີ່ເປັນພາສາຄອມພິວເຕີເຊັ່ນກັນ ຍົກຕົວຢ່າງເຊັ່ນ HTML ເປັນທັງພາສາ Markup ແລະ ພາສາຄອມພິວເຕີດ້ວຍ ເຖິງວ່າມັນຈະບໍ່ແມ່ນພາສາໂປຣແກຣມ ຫລື ພາສາເຄື່ອງນັ້ນກໍນັບເປັນພາສາຄອມພິວເຕີ ຊຶ່ງໂດຍທາງເທກນິກສາມາດໃຊ້ໃນການຂຽນໂປຣແກຣມໄດ້ ແຕ່ກໍບໍ່ຈັດວ່າເປັນພາສາໂປຣແກຣມ

ພາສາຄອມພິວເຕີສາມາດແບ່ງອອກເປັນສອງກຸ່ມຄື ພາສາລະດັບສູງ (high level) ແລະ ພາສາລະດັບຕ່ຳ (low level) ພາສາລະດັບສູງຖືກອອກແບບມາເພື່ອໃຫ້ໃຊ້ງານງ່າຍ ແລະ ສະດວກສະບາຍຫລາຍກວ່າພາສາລະດັບຕ່ຳ ໂປຣແກຣມທີ່ຂຽນຖືກຕ້ອງຕາມກົດເກນ ແລະ ໄວຍາກອນຂອງພາສາຈະຖືກແປ (compile) ໄປເປັນພາສາລະດັບຕ່ຳເພື່ອໃຫ້ຄອມພິວເຕີສາມາດນຳໄປໃຊ້ງານ ຫລື ປະຕິບັດຕາມຄຳສັ່ງໄດ້ຕໍ່ໄປ ຊອບແວສະໄໝໃໝ່ສ່ວນຫລາຍຂຽນດ້ວຍພາສາລະດັບສູງ ແປໄປເປັນອອບເຈກໂຄ້ດ (object code) ແລ້ວປ່ຽນໃຫ້ເປັນຊຸດຄຳສັ່ງໃນພາສາເຄື່ອງ
ຂໍ້ມູນຈາກ wikipedia.org

Subscribe

  • RSS Atom

ອອນລາຍ: 1 | ມື້ນີ້: 13 | ວານນີ້: 25 | ທິດນີ້: 93 | ເດືອນນີ້: 872 | ປີນີ້: 11832 | ລວມ: 78935