Tuesday, July 18, 2017

ຄວາມຫມາຍຂອງພາສາ ໂປຣແກຣມ

ພາສາຄອມພິວເຕີ ໝາຍເຖິງ ພາສາໃດໆທີ່ຜູ້ໃຊ້ງານໃຊ້ສື່ສານກັບຄອມພິວເຕີ ຫລື ຄອມພິວເຕີນຳກັນ ແລ້ວຄອມພິວເຕີສາມາດເຮັດວຽກຕາມຄຳສັ່ງນັ້ນໄດ້ ຄໍານີ້ມັກໃຊ້ຮຽກແທນພາສາໂປຣແກຣມ ແຕ່ຄວາມເປັນຈິງພາສາໂປຣແກຣມຄືສ່ວນຫນຶ່ງຂອງພາສາຄອມພິວເຕີເທົ່ານັ້ນ ແລະ ມີພາສາອື່ນໆທີ່ເປັນພາສາຄອມພິວເຕີເຊັ່ນກັນຍົກຕົວຢ່າງເຊັ່ນ HTML ເປັນທັງພາສາ Markup ແລະ ພາສາຄອມພິວເຕີດ້ວຍ ເຖິງວ່າມັນຈະບໍ່ແມ່ນພາສາໂປຣແກຣມ ຫລື ພາສາເຄື່ອງນັ້ນກໍນັບເປັນພາສາຄອມພິວເຕີ ຊຶ່ງໂດຍທາງເທກນິກສາມາດໃຊ້ໃນການຂຽນໂປຣແກຣມໄດ້ ແຕ່ກໍບໍ່ຈັດວ່າເປັນພາສາໂປຣແກຣມ

ຕົວແປພາສາໂປຣແກຣມຄອມພິວເຕີ
ເປັນໂປຣແກຣມທີ່ໃຊ້ໃນການແປຄວາມຫມາຍຂອງຄຳສັ່ງໃນພາສາຄອມພິວເຕີຊະນິດຕ່າງໆໄປເປັນພາສາເຄື່ອງ ຊຶ່ງເປັນພາສາທີ່ຄອມພິວເຕີເຂົ້າໃຈ ແລະ ເຮັດວຽກຕາມຄຳສັ່ງໄດ້ ໂດຍໂປຣແກຣມທີ່ຂຽນເປັນໂປຣແກຣມຕົ້ນສະບັບ ຫລື ຊອດໂຄ້ດ ( Source code) ຊຶ່ງໂປຣແກຣມເມີຂຽນຄຳສັ່ງຕາມຫຼັກການອອກແບບໂປຣແກຣມ ແລະ ຈຳເປັນຕ້ອງໃຊ້ຕົວແປພາສາຄອມພິວເຕີເພື່ອກວດສອບໄວຍາກອນຂອງພາສາວ່າຂຽນຖືກຕ້ອງ ຫລື ບໍ່ ແລະ ທົດສອບຜົນຮັບວ່າເປັນຢ່າງໃດ ຊຶ່ງພາສາຄອມພິວເຕີຊະນິດຕ່າງໆຈະມີຕົວແປພາສາຂອງຕົນເອງໂດຍສະເພາະ ໂປຣແກຣມທີ່ແປຈາກໂປຣແກຣມຕົ້ນສະບັບແລ້ວຈະຮຽກວ່າ ອອບເຈັກໂຄ້ດ ( Object code) ຊຶ່ງເປັນພາສາເຄື່ອງທີ່ປະກອບດ້ວຍ ລະຫັດຄຳສັ່ງທີ່ຄອມພິວເຕີສາມາດເຂົ້າໃຈ ແລະ ນຳໄປປະຕິບັດໄດ້ຕໍ່ໄປ

ຕົວແປພາສາຄອມພິວເຕີມີການໃຊ້ງານສຳລັບການແປພາສາຄອມພິວເຕີຊະນິດຕ່າງໆ ແບ່ງອອກເປັນ 3 ປະເພດ
1. ແອດເຊມເບີ ( Assembler) ເປັນຕົວແປພາສາແອດເຊມບລີຊຶ່ງເປັນພາສາລະດັບຕ່ຳ ໃຫ້ເປັນພາສາເຄື່ອງ
2. ອິນເທີພຣີເຕີຣ໌ ( Interpreter) ເປັນຕົວແປພາສາຄອມພິວເຕີລະດັບສູງໄປເປັນພາສາເຄື່ອງ ໂດຍໃຊ້ຫຼັກການແປຄຳສັ່ງເທື່ອລະ 1 ຄໍາສັ່ງໃຫ້ເປັນພາສາເຄື່ອງ ແລ້ວນຳຄຳສັ່ງທີ່ເປັນພາສາເຄື່ອງນັ້ນໄປທຳການປະມວນຜົນ ແລະສະແດງຜົນຮັບທັນທີຫາກບໍ່ພົບຂໍ້ຜິດພາດ ຫຼັງຈາກນັ້ນຈະແປຄຳສັ່ງຖັດໄປເລື້ອຍໆຈົນກວ່າຈະຈົບໂປຣແກຣມ ໃນລະຫວ່າງການແປຄຳສັ່ງ ຖ້າຫາກພົບຂໍ້ຜິດພາດທາງໄວຍາກອນຂອງພາສາ ໂປຣແກຣມອິນເທີບຣີເຕີຣ໌ກໍຈະຢຸດການເຮັດວຽກງານພ້ອມແຈ້ງຂໍ້ຜິດພາດໃຫ້ແກ້ໄຂຊຶ່ງເຮັດໄດ້ງ່າຍ ແລະ ວ່ອງໄວ ແຕ່ອອບເຈັກໂຄ້ດທີ່ໄດ້ຈາກການແປຄຳສັ່ງໂດຍໃຊ້ອິນເທີພຣີເຕີຣ໌ນັ້ນບໍ່ສາມາດເກັບໄວ້ໃຊ້ໃໝ່ໄດ້ ຈະຕ້ອງແປໂປຣແກຣມໃໝ່ທຸກເທື່ອທີ່ຕ້ອງການໃຊ້ງານ ເຮັດໃຫ້ໂປຣແກຣມ ເຮັດວຽກໄດ້ຄ່ອນຂ້າງຊ້າ
3. ຄອມໄພເລີຣ໌ ( Compiler) ເປັນຕົວແປພາສາຄອມພິວເຕີລະດັບສູງໄປເປັນພາສາເຄື່ອງ ໂດຍທຳການກວດສອບຄວາມຖືກຕ້ອງຂອງການຂຽນຄຳສັ່ງທັງໝົດທັງໂປຣແກຣມໃຫ້ເປັນອອບເຈັກໂຄ້ດ ແລ້ວຈຶ່ງທຳການແປຄຳສັ່ງໄປເປັນພາສາເຄື່ອງ ຈາກນັ້ນຈຶ່ງທຳການປະມວນຜົນ ແລະ ສະແດງຜົນຮັບ ຫາກພົບຂໍ້ຜິດພາດຂອງການຂຽນໂປຣແກຣມ ຫລື ມີຄຳສັ່ງທີ່ຜິດຫຼັກໄວຍາກອນຂອງພາສາຄອມພິວເຕີ ໂປຣແກຣມຄອມໄພເລີຣ໌ຈະແຈ້ງໃຫ້ໂປຣແກຣມເມີແກ້ໄຂໃຫ້ຖືກຕ້ອງທັງໝົດກ່ອນແລ້ວຈຶ່ງຄອມໄພລ໌ໃໝ່ອີກເທື່ອ ຈົນກວ່າບໍ່ພົບຂໍ້ຜິດພາດເຖິງຈະນຳໂປຣແກຣມໄປໃຊ້ງານໄດ້

ຂໍ້ດີຂອງຄອມໄພເລີຣ໌
ຄືໂປຣແກຣມອອບເຈັກໂຄ້ດທີ່ໄດ້ຈະລວບລວມຄຳສັ່ງທີ່ສຳຄັນໃນການຣັນໂປຣແກຣມ ແລະ ໄດ້ໂປຣແກຣມທີ່ເຮັດວຽກເອງໄດ້ ຫລື Execute Program ຊຶ່ງສາມາດເຮັດວຽກໄດ້ບໍ່ຈຳກັດ ບໍ່ຕ້ອງເສຍເວລາໃນການແປ ໃໝ່ທຸກເທື່ອ ເຮັດໃຫ້ການເຮັດວຽກຂອງໂປຣແກຣມເປັນໄປຢ່າງວ່ອງໄວ ຈຶ່ງເປັນຮູບແບບການແປທີ່ໄດ້ຮັບຄວາມນິຍົມຢ່າງຫລາຍ
ໃນປະຈຸບັນ ມີຫຼັກການແປພາສາຄອມພິວເຕີແບບໃໝ່ເກີດຂຶ້ນ ຄື ແປຈາກຊອດໂຄ້ດ ໄປເປັນລະຫັດຊົ່ວຄາວ ຫລື Intermediate Code ຊຶ່ງສາມາດນຳໄປເຮັດວຽກໄດ້ດ້ວຍ ການໃຊ້ໂປຣແກຣມໃນການອ່ານ ແລະ ເຮັດວຽກຕາມລະຫັດຊົ່ວຄາວນັ້ນ ໂດຍໂປຣແກຣມນີ້ຈະມີຫຼັກການເຮັດວຽກ ຄ້າຍກັບອິນເທີພຣີເຕີຣ໌ ແຕ່ຈະເຮັດວຽກໄດ້ໄວກວ່າເນື່ອງຈາກລະຫັດຊົ່ວຄາວຈະໃກ້ຄຽງກັບພາສາເຄື່ອງຫລາຍ ມີຂໍ້ດີຄືສາມາດນຳລະຫັດຊົ່ວຄາວນັ້ນໄປໃຊ້ໄດ້ກັບທຸກ ໆ ເຄື່ອງມີ່ມີໂປຣແກຣມຕີຄວາມໄດ້ທັນທີ

ອ້າງອີງ basic-c.weebly.com

Subscribe

  • RSS Atom

ອອນລາຍ: 1 | ມື້ນີ້: 13 | ວານນີ້: 25 | ທິດນີ້: 93 | ເດືອນນີ້: 872 | ປີນີ້: 11832 | ລວມ: 78935