ທ່ານໄດທີ່ຊື້ຄອມພິວເຕີທີ່ມາພ້ອມ Windows ຫລື Office ຫລື ບໍ່ກໍຊື້ ຊອບແວ Windows ກັບ Office ຈາກ Microsoft ແຍກຕ່າງຫາກ ຫາກຕ້ອງການຍ້າຍເຄື່ອງ ຫລື ຕິດຕັ້ງໃໝ່ແຕ່ຈື່ Product Key ບໍ່ໄດ້ ຫລື ເຮັດເສຍກໍຄົງຕ້ອງເສຍເວລາຕິດຕໍ່ກັບທາງຮ້ານ ຫລື ບໍ່ກໍຊື້ໃໝ່. ບົດຄວາມນີ້ເລີຍເຜີຍວິທີການວ່າເຮົາຈະຫາ Product Key ທີ່ເຮົາໃຊ້ຢູ່ຈຸດໃດ ແລະ ຊອກຫາ Product Key ໄດ້ແນວໄດ.
ທຸກທ່ານທີ່ໃຊ້ Windows ສາມາດຫາ Product Key ໄດ້ໃນ 3 ຮູບແບບຄື:
1. ເຄື່ອງທີ່ມາພ້ອມ Windows ຢູ່ແລ້ວ product key ຈະຢູ່ໃນ ຊຶ່ງຕິດຕັ້ງໃໝ່ໄດ້ເລີຍ ໃນກໍລະນີ Windows ມີບັນຫາ ແມ່ນຈື່ product key ບໍ່ໄດ້ ກໍບໍ່ເປັນຫຍັງເພາະມັນຢູ່ໃນເຄື່ອງຢູ່ແລ້ວພ້ອມຕິດຕັ້ງໄດ້ທັນທີ ແຕ່ຖ້າທ່ານ format Harddisk ທີ່ມີຕົວຕິດຕັ້ງ Windows key ໃນນັ້ນພ້ອມ software Windows ກໍຫາຍໄປເໝືອນກັນ.
2. ມີ Product key ໃນຮູບແບບສະຕິກເກີຕິດນອກເຄື່ອງ System Locked Pre-installation,” SLP. ຊຶ່ງຕິດໃຕ້ຕົວເຄື່ອງ Notebook , Laptop.
Image does not exist: https://www.it24hrs.com/wp-content/uploads/2017/07/find-lost-produck-keys-windows-04.jpg
3. ຍຸກປັດຈຸບັນນີ້ມາໃນຮູບແບບ UEFI firmware ຕິດຕັ້ງໃນເຄື່ອງຢູ່ແລ້ວ ສາມາດຕິດຕັ້ງ Windows ໃໝ່ໄດ້ເລີຍ ຊຶ່ງລະບົບ UEFI ນີ້ເລີ່ມໃຊ້ມາຕັ້ງແຕ່ Windows 8 และ Windows 10.
ໃນກໍລະນີໃຊ້ແບບ UEFI ຖ້າຕ້ອງການ backup key ໄວ້ລະກໍ ໄປທີ່ Start Menu ແລ້ວພິມຄຳວ່າ powershell ໃນຊ່ອງ Search ຂອງ Windows ແລ້ວເລືອກຕາມຮູບນີ້ເລີຍ
Image does not exist: https://www.it24hrs.com/wp-content/uploads/2017/07/find-lost-produck-keys-windows-02.png
ຈາກນັ້ນ copy ຄຳສັ່ງນີ້ >>
(Get-WmiObject -query ‘select * from SoftwareLicensingService’).OA3xOriginalProductKey
ລົງໃນ command prompt ແລ້ວກົດ enter
Image does not exist: https://www.it24hrs.com/wp-content/uploads/2017/07/find-lost-produck-keys-windows-03-600×168.png
ກໍຈະເຫັນ Product Key ຂອງເຄື່ອງເຮົາ ໃຫ້ຈົດແລ້ວເກັບໄວ້ໃນທີ່ປອດໄພ
ອີກວິທີນຶງຄືໃຊ້ Produkey ໂດຍພຽງດາວໂຫຼດໂປຣແກຣມໄດ້ຕາມລິ້ງລຸ່ມນີ້
http://www.nirsoft.net/utils/product_cd_key_viewer.html
ແລ້ວກໍ່ການ extract file ຈາກນັ້ນເປີດໂປຣແກຣມ ກໍຈະເຫັນ Key ຊອບແວທີ່ເຮົາຕິດຕັ້ງເທິງເຄື່ອງຢູ່ທັນທີ
Image does not exist: https://www.it24hrs.com/wp-content/uploads/2017/07/find-lost-produck-keys-windows-05-600×246.png
ທັງນີ້ວິທີການນີ້ສຳລັບຜູ້ທີ່ຈະໃຊ້ຕິດຕັ້ງ Windows ໃໝ່ເທົ່ານັ້ນ.
ຂໍ້ມູນຈາກ howtogeek, it24hrs.com