Thursday, July 27, 2017

ປະເພດຂອງ ພາສາໂປຣແກຣມຄອມພິວເຕີ

ໃນປັດຈຸບັນໄດ້ມີການພັດທະນາພາສາໂປຣແກຣມຄອມພິວເຕີ ຫລວງຫລາຍ ຫຼາຍພາສາ ແລະໃຫ້ເໝາະກັບການໃຊ້ງານປະເພດຕ່າງໆ ໂດຍແບ່ງລະດັບຂອງພາສາໂປຣແກຣມຄອມພິວເຕີອອກເປັນ 5 ຍຸກຄື:

ຢຸກທີ່ 1 ພາສາເຄື່ອງ ( Machine Language)
ພາສາເຄື່ອງ ເປັນພາສາໂປຣແກຣມຄອມພິວເຕີລະດັບຕ່ຳທີ່ສຸດ ຊຶ່ງຄອມພິວເຕີເຂົ້າໃຈໄດ້ທັນທີໂດຍບໍ່ຕ້ອງຜ່ານຕົວແປພາສາເພາະຂຽນຄຳສັ່ງ ແລະ ແທນຂໍ້ມູນດ້ວຍເລກຖານສອງ (Binary Code) ທັງໝົດ ຊຶ່ງເປັນການຂຽນຄຳສັ່ງດ້ວຍເລກ 0 ຫລື 1 ດັ່ງຕົວຢ່າງຄຳສັ່ງພາສາເຄື່ອງ ດັ່ງນີ້
ກ່ອນປີ ຄ.ສ. 1952 ມີການຂຽນໂປຣແກຣມຄອມພິວເຕີດ້ວຍພາສາເຄື່ອງພຽງພາສາດຽວເທົ່ານັ້ນທີ່ໃຊ້ຕິດຕໍ່ກັບຄອມພິວເຕີໂດຍກົງ ແລະ ຄອມພິວເຕີແຕ່ລະເຄື່ອງຈະມີພາສາເຄື່ອງແຕກຕ່າງກັນຂຶ້ນຢູ່ກັບຊະນິດຂອງເຄື່ອງຄອມພິວເຕີ ແລະ ຫນ່ວຍປະມວນຜົນກາງ (Central Processor Unit: CPU) ໂດຍມີຮູບແບບຄຳສັ່ງສະເພາະເຄື່ອງ
ດັ່ງນັ້ນນັກຂຽນໂປຣແກຣມຈຶ່ງບໍ່ນິຍົມທີ່ຈະຂຽນໂປຣແກຣມດ້ວຍພາສາເຄື່ອງ ເພາະທຳການແກ້ໄຂ ແລະ ຂຽນໂປຣແກຣມໄດ້ຍາກເຮັດໃຫ້ເກີດຫຍຸ້ງຍາກໃນການຈົດຈຳ ແລະ ຂຽນຄຳສັ່ງຕ້ອງໃຊ້ເວລາຫລາຍໃນການຂຽນໂປຣແກຣມລວມທັງການຫາຂໍ້ຜິດພລາດຈາກການເຮັດວຽກຂອງໂປຣແກຣມ ແລະ ໂປຣແກຣມທີ່ຂຽນຂຶ້ນເຮັດວຽກສະເພາະຄອມພິວເຕີທີ່ມີຮາດແວດຽວກັນເທົ່ານັ້ນ (Machine Dependent)
ຂໍ້ດີຂອງພາສາເຄື່ອງ ຄືສາມາດຂຽນໂປຣແກຣມຄວບຄຸມການເຮັດວຽກງານຄອມພິວເຕີໄດ້ໂດຍກົງ ແລະ ສັ່ງງານໃຫ້ຄອມພິວເຕີເຮັດວຽກໄດ້ຢ່າງວ່ອງໄວ

ຢຸກທີ່ 2 ພາສາແອດເຊມບລີ ( Assembly Language)
ພາສາແອດເຊມບລີ ຈັດຢູ່ໃນພາສາລະດັບຕ່ຳ ແລະ ເປັນພາສາທີ່ພັດທະນາຕໍ່ມາຈາກພາສາເຄື່ອງໃນປີ ຄ.ສ. 1952 ພາສາແອດເຊມບລີ ມີຄວາມໃກ້ຄຽງກັບພາສາເຄື່ອງຫລາຍ ຄື 1 ຄໍຳສັ່ງຂອງພາສາແອດເຊມບລີ ຈະເທົ່າກັບ 1 ຄໍຳສັ່ງຂອງພາສາເຄື່ອງ ໂດຍທີ່ພາສາແອດເຊມບລີ ຈະຂຽນຄຳສັ່ງເປັນຕົວອັກສອນພາສາອັງກິດ ເພື່ອໃຊ້ແທນຄຳສັ່ງພາສາເຄື່ອງ ເຮັດໃຫ້ນັກຂຽນໂປຣແກຣມສາມາດຂຽນໂປຣແກຣມໄດ້ງ່າຍຂຶ້ນ ໂດຍການຈົດຈຳລະຫັດຄຳສັ່ງສັ້ນໆ ທີ່ຈຳໄດ້ງ່າຍ ຊຶ່ງຮຽກວ່າ ນິວມໍນິກໂຄ້ດ ( Mnemonic code)


ຕົວຢ່າງຂອງຄຳສັ່ງພາສາແອດເຊມບລີ ເຊັ່ນ

CALL MySub ;transfer of control
                    MOV AX, 5 ;data transfer
                    ADD AX, 20 ;arithmetic
                    JZ Next 1 ;logical (jump if zero)
                    IN A 1, 20 ;input/output (read from hardware port)
                    RET ;return

ເມື່ອນັກຂຽນໂປຣແກຣມຂຽນໂປຣແກຣມດ້ວຍພາສາແອດເຊມບລີແລ້ວ ຕ້ອງໃຊ້ຕົວແປພາສາທີ່ຮຽກວ່າ ແອດເຊມເບລີ ( Assembler) ເພື່ອແປພາສາແອດເຊມບລີໃຫ້ເປັນພາສາເຄື່ອງ ຈຶ່ງຈະສາມາດສັ່ງງານຄອມພິວເຕີໃຫ້ເຮັດວຽກໄດ້

ສະຫລຸບຄຳສັ່ງທີ່ຂຽນດ້ວຍພາສາໂປຣແກຣມຄອມພິວເຕີ ໃນຍຸກທີ່ 1 ແລະ ທີ່ 2 ຈະຕ້ອງໃຊ້ເທກນິກການຂຽນໂປຣແກຣມສູງ ເພາະມີຄວາມຢືດຢຸ່ນໃນການຂຽນນ້ອຍຫລາຍ ແລະ ມີຄວາມຍາກໃນການຂຽນຄຳສັ່ງສຳລັບຜູ້ຂຽນໂປຣແກຣມ ແຕ່ສາມາດຄວບຄຸມ ແລະ ເຂົ້າເຖິງການເຮັດວຽກຂອງເຄື່ອງຄອມພິວເຕີໄດ້ໂດຍກົງ ແລະ ມີຄວາມວ່ອງໄວກວ່າການໃຊ້ພາສາລະດັບອື່ນໆ

ຢຸກທີ່ 3 ພາສາລະດັບສູງ ( High-level Language)
ພາສາລະດັບສູງຖືວ່າເປັນພາສາໂປຣແກຣມຄອມພິວເຕີໃນຢຸກທີ່ສາມ ( Third-generation language) ທີ່ມີການໃຊ້ກັນຢ່າງແພ່ຫຼາຍໃນປີ ຄ.ສ. 1960 ໂດຍມີໂຄງສ້າງພາສາ ແລະ ຊຸດຄຳສັ່ງເໝືອນກັບພາສາອັງກິດ ລວມທັງສາມາດໃຊ້ທາງຄະນິດສາດໃນການຄິດໄລ່ໄດ້ດ້ວຍ ເຮັດໃຫ້ຜູ້ຂຽນໂປຣແກຣມສະດວກໃນການຂຽນຄຳສັ່ງ ແລະ ສະແດງຜົນຮັບໄດ້ຕາມຕ້ອງການ ລຸດຄວາມຫຍຸ້ງຍາກໃນການຂຽນໂປຣແກຣມລົງໄດ້ຫລາຍ ທັງຍັງເຮັດໃຫ້ເກີດການໃຊ້ງານຄອມພິວເຕີ ເພື່ອການປະມວນຜົນເພີ່ມຂຶ້ນ ເຊັ່ນການຄວບຄຸມ ແລະ ສັ່ງງານເຄື່ອງຄອມພິວເຕີເມນເຟມ ການແກ້ບັນຫາສະເພາະດ້ານທາງດ້ານອຸດສາຫະກຳ ເຊັ່ນ ການຄວບຄຸມເຄື່ອງຈັກແຮ່ຕ່າງໆ ເປັນຕົ້ນ
ການຂຽນໂປຣແກຣມດ້ວຍພາສາລະດັບສູງຈະຕ້ອງໃຊ້ຕົວແປພາສາ ທີ່ຮຽກວ່າ ຄອມໄພເລີ (Compiler) ເພື່ອແປພາສາລະດັບສູງໂດຍການກວດສອບໄວຍາກອນຂອງພາສາລະດັບສູງ ໄປເປັນພາສາເຄື່ອງເພື່ອສັ່ງໃຫ້ເຄື່ອງຄອມພິວເຕີເຮັດວຽກຕໍ່ໄປ ໂດຍຄອມໄພເລີຂອງພາສາລະດັບສູງແຕ່ລະພາສາຈະແປສະເພາະພາສາຂອງຕົນເອງ ແລະເຮັດວຽກໄດ້ສະເພາະເຄື່ອງຄອມພິວເຕີຊະນິດດຽວກັນເທົ່ານັ້ນ ເຊັ່ນ ຄອມໄພເລີຂອງພາສາ COBOL ເທິງເຄື່ອງໄມໂຄຣຄອມພິວເຕີ ຈະແປພາສາສະເພາະຄຳສັ່ງຂອງພາສາ COBOL ແລະ ຈະເຮັດວຽກໄດ້ເທິງເຄື່ອງຄອມພິວເຕີທີ່ຄືກັນເທົ່ານັ້ນ ຖ້າຕ້ອງການນຳໄປໃຊ້ກັບເຄື່ອງຄອມພິວເຕີແບບອື່ນໆ ເຊັ່ນ ເມນເຟມ ຈະຕ້ອງໃຊ້ຄອມໄພເລີຂອງພາສາ COBOL ແບບໃໝ່
ຕົວຢ່າງຂອງພາສາຄອມພິວເຕີລະດັບສູງໄດ້ແກ່ ພາສາ BASIC ພາສາ COBOL ພາສາ FORTRAN ແລະ ພາສາ C ທີ່ໄດ້ຮັບຄວາມນິຍົມຫລາຍເຊັ່ນກັນ ສາມາດຂຽນໂປຣແກຣມແກ້ບັນຫາສະເພາະດ້ານ ເຊັ່ນ ການຄວບຄຸມຫຸ່ນຍົນ ການສ້າງພາບກາບຟິກ ໄດ້ເປັນຢ່າງດີເພາະມີຄວາມຢືດຢຸ່ນ ແລະ ເໝາະກັບການໃຊ້ງານທົ່ວໆ ໄປໄດ້
ສະຫລຸບພາສາໂປຣແກຣມຄອມພິວເຕີໃນຢຸກທີ່ 3 ມີການຂຽນໂປຣແກຣມທີ່ງ່າຍກວ່າໃນຢຸກທີ່ 2 ສາມາດເຮັດວຽກໄດ້ເທິງເຄື່ອງຄອມພິວເຕີຫຼາຍລະດັບ (Machine Independent) ໂດຍຕ້ອງໃຊ້ຄອບຄູ່ກັບຕົວແປພາສາ (Compiler or Interpreter) ສຳລັບເຄື່ອງນັ້ນໆ ແລະ ມີຄວາມຢືດຢຸ່ນໃນການແກ້ບັນຫາໄດ້ຫລາຍກວ່າພາສາລະດັບຕ່ຳ

ຢຸກທີ່4 ພາສາລະດັບສູງຫລາຍ ( Very high-level Language)
ພາສາລະດັບສູງຫລາຍເປັນພາສາໂປຣແກຣມຄອມພິວເຕີຢຸກທີ່ສີ່ ( Fourth-generation language) ຊຶ່ງເປັນພາສາທີ່ໃຊ້ໃນການຂຽນໂປຣແກຣມດ້ວຍຄຳສັ່ງສັ້ນໆ ແລະ ງ່າຍກວ່າພາສາໃນຢຸກກ່ອນໆ ມີການເຮັດວຽກແບບບໍ່ຈຳເປັນຕ້ອງບອກລຳດັບຂອງຂັ້ນຕອນການເຮັດວຽກ ( Nonprocedural language) ພຽງນັກຂຽນໂປຣແກຣມກຳນົດວ່າຕ້ອງການໃຫ້ໂປຣແກຣມເຮັດຫຍັງເທົ່ານັ້ນໂດຍບໍ່ຕ້ອງຮູ້ວ່າເຮັດໄດ້ຢ່າງໃດ ເຮັດໃຫ້ຂຽນໂປຣແກຣມໄດ້ງ່າຍແລະ ວ່ອງໄວ ກວ່າພາສາລະດັບສູງໃນຢຸກທີ່ 3 ທີ່ມີການຂຽນໂປຣແກຣມແບບບອກຂັ້ນຕອນການເຮັດວຽກງານ ( Procedural language) ພາສາລະດັບສູງຫລາຍເຮັດວຽກເໝືອນກັບພາສາເວົ້າວ່າຕ້ອງການຫຍັງ ແລະ ຂຽນເໝືອນພາສາອັງກິດ ດັ່ງຕົວຢ່າງ ເຊັ່ນ

 TABLE FILE SALES
                    SUM UNITS BY MONTH BY CUSTOMER BY PRODUCT
                    ON CUSTOMMER SUBTOTAL PAGE BREAK
                    END

ຕົວຢ່າງພາສາຄອມພິວເຕີໃນຢຸກທີ່ 4 ປະກອບດ້ວຍ Report Generators, Query Language, Application Generators ແລະ Interactive Database Management System Programs
ພາສາທີ່ໃຊ້ສຳລັບຮຽກເບິ່ງຂໍ້ມູນຈາກຖານຂໍ້ມູນໄດ້ຮຽກວ່າ ພາສາສອບຖາມ ( Query languages) ຈັດເປັນພາສາໃນຢຸກທີ່ 4 ຊຶ່ງສາມາດໃຊ້ຄົ້ນຫາຂອງຖານຂໍ້ມູນ ມາດຕະຖານຂອງພາສາຊະນິດນີ້ຂຶ້ນຢູ່ກັບຖານຂໍ້ມູນທີ່ແຕກຕ່າງກັນ ທີ່ນິຍົມໃຊ້ກັນຫລາຍທີ່ສຸດຄື SQL(Structured Query Language) ແລະ ນອກຈາກ ນີ້ຍັງມີພາສາ Query By Example ຫລື QBE ທີ່ໄດຮັບຄວາມນິຍົມໃນການໃຊ້ງານ
Report Generator ຫລື Report Writer ຄືໂປຣແກຣມສຳລັບຜູ້ໃຊ້ ( End user) ທີ່ໃຊ້ສຳລັບສ້າງລາຍງານ ລາຍງານອາດສະແດງທີ່ເຄື່ອງພິມ ຫລື ຈໍພາບກໍໄດ້ ອາດຈະສະແດງທັງໝົດ ຫລື ບາງສ່ວນຂອງຖານຂໍ້ມູນກໍໄດ້ ທ່ານອາດຈະກຳນົດຮູບແບບບັນທັດ ແລະ ອື່ນໆໄດ້
Application Generators ຄືເຄື່ອງມືຂອງຜູ້ຂຽນໂປຣແກຣມທີ່ໃຊ້ໃນການສ້າງໂປຣແກຣມປະຍຸກ ຈາກການອະພິປາຍບັນຫາໄດ້ໄວກວ່າການຂຽນໂປຣແກຣມທົ່ວໆໄປ

ຢຸກທີ່5 ພາສາທຳມະຊາດ ( Natural Language)
ພາສາທຳມະຊາດຈັດເປັນພາສາໂປຣແກຣມຄອມພິວເຕີຢຸກທີ່ຫ້າ ( Fifth generation language) ຄືການຂຽນຄຳສັ່ງ ຫລື ສັ່ງງານຄອມພິວເຕີເຮັດວຽກໂດຍການໃຊ້ພາສາທຳມະຊາດຕ່າງໆ ເຊັ່ນ ພາບ ຫລື ສຽງ ໂດຍບໍ່ສົນໃຈຮູບແບບໄວຍາກອນ ຫລື ໂຄງສ້າງຂອງພາສາເທົ່າໃດ ຊຶ່ງຄອມພິວເຕີຈະພະຍາຍາມຄິດວິເຄາະ ແລະ ແປຄວາມຫມາຍໂດຍອາໄສການຮຽນຮູ້ດ້ວຍຕົນເອງ ແລະ ລະບົບອົງຄວາມຮູ້ ( Knowledge Base System) ມາຊ່ວຍແປຄວາມຫມາຍຂອງຄຳສັ່ງຕ່າງໆ ແລະ ຕອບສະຫນອງຕໍ່ຜູ້ໃຊ້ງານ
ຕົວຢ່າງພາສາຄອມພິວເຕີໃນຢຸກທີ່ 5 ເຊັ່ນ

 SUM SHIPMENTS BY STATE BY DATE

ຂໍ້ດີຂອງພາສາຄອມພິວເຕີໃນຢຸກທີ່ 5 ຄືຜູ້ຂຽນໂປຣແກຣມສາມາດຂຽນໂປຣແກຣມໄດ້ໄວ ໂດຍບໍ່ຕ້ອງມີຄວາມຮູ້ດ້ານການຂຽນໂປຣແກຣມ ແຕ່ຄອມພິວເຕີທີ່ໃຊ້ໂປຣແກຣມຕ້ອງມີລະບົບຮັບຄຳສັ່ງ ແລະ ປະມວນຜົນແບບອັດສະລິຍະ ສາມາດຕອບສະຫນອງ ແລະ ເຮັດວຽກໄດ້ຫຼາຍແບບ
ຕົວຢ່າງພາສາໂປຣແກຣມຄອມພິວເຕີ
ພາສາໂປຣແກຣມຄອມພິວເຕີທີ່ໃຊ້ຂຽນໂປຣແກຣມເພື່ອແກ້ບັນຫາຕ່າງໆ ມີຫລວງຫລາຍ ຫຼາຍພາສາ ຊຶ່ງແຕ່ລະພາສາໂປຣແກຣມມີຂໍ້ດີ ແລະ ເໝາະກັບໃຊ້ງານຕ່າງໆ ກັນ ໃນການເລືອກໃຊ້ພາສາໂປຣແກຣມຄອມພິວເຕີມາໃຊ້ງານ ຄວນພິຈາລະນາສິ່ງຕ່າງໆ ດັ່ງນີ້ຄື
1. ເລືອກພາສາໂປຣແກຣມຄອມພິວເຕີທີ່ເໝາະກັບຄວາມຊຳນານຂອງບຸກຄະລາກອນ ຫລື ນັກຂຽນໂປຣແກຣມ
2. ຄໍຳນຶງເຖິງເວລາ ແລະ ຄ່າໃຊ້ຈ່າຍໃນການພັດທະນາ ແລະ ຂຽນໂປຣແກຣມ
3. ເລືອກພາສາໂປຣແກຣມຄອມພິວເຕີທີ່ນັກຂຽນໂປຣແກຣມເຂົ້າໃຈງ່າຍ ມີການປະຍຸກໃຊ້ງານໄດ້ຢ່າງແພ່ຫຼາຍ ແລະ ສາມາດພັດທະນາຕໍ່ໄປໃນອະນາຄົດໄດ້
4. ເລືອກພາສາໂປຣແກຣມຄອມພິວເຕີໃຫ້ເໝາະກັບຮາດແວ ແລະ ສາມາດເຮັດວຽກຮ່ວມກັນໄດ້ລະຫວ່າງອຸປະກອນຄອມພິວເຕີ
ຕົວຢ່າງພາສາໂປຣແກຣມຄອມພິວເຕີ ປັດຈຸບັນນີ້ມີພາສາຄອມພິວເຕີໃຫ້ເລືອກໃຊ້ຫລວງຫລາຍ ຫຼາຍພາສາ ແຕ່ລະພາສາກໍ່ຖືກອອກແບບ ມາໃຫ້ໃຊ້ກັບງານດ້ານຕ່າງ ໆ ກັນ ຕົວຢ່າງ ເຊັ່ນ ບາງພາສາກໍ່ອອກແບບມາເພື່ອແກ້ບັນຫາທາງທຸລະກິດ ບາງພາສາໃຊ້ໃນການຄິດໄລ່ທີ່ຊັບຊ້ອນ ຊຶ່ງຈະກ່າວໂດຍສະຫລຸບເຖິງການໃຊ້ງານຂອງແຕ່ລະພາສາດັ່ງນີ້
1. ພາສາຟໍແທຣນ ( FORTRAN : FORmula TRANslator)
ພາສາຟໍແທຣນ ເປັນພາສາລະດັບສູງທີ່ໄດ້ຮັບການພັດທະນາໂດຍບໍລິສັດ IBM ມາຕັ້ງແຕ່ປີ ຄ.ສ. 1957 ຫຍໍ້ມາຈາກຄຳວ່າ FORmula TRANslator ຊຶ່ງຖືວ່າເປັນການກຳເນີດຂອງພາສາລະດັບສູງພາສາທຳອິດ ນິຍົມໃຊ້ສຳລັບງານທີ່ມີການຄິດໄລ່ຫລາຍໆ ເຊັ່ນ ງານທາງດ້ານຄະນິດສາດ ວິທະຍາສາດ ແລະ ວິສະວະກຳສາດ ພາສາ FORTRAN ສາມາດໃຊ້ໃນການແກ້ບັນຫາທາງຄນິດສາດທີ່ຊັບຊ້ອນໄດ້ດີ ຫລື ການວິເຄາະທາງເສດຖະສາດ
ຕົຢ່າງການຂຽນໂປຣແກຣມດ້ວຍພາສາ FORTRAN

 FORTRAN PROGRAM
                    SUM = 0
                    COUNTER = 0
                    WRITE ( 6 , 60 )
                    READ ( 5 , 40 ) NUMBER
                    1 IF ( NUMBER) .EQ. 999 ) GOTO 2
                    SUM = SUM + NUMBER
                    COUNTER = COUNTER + 1
                    WRITE ( 6 , 70 )
                    READ ( 5 , 70 ) NUMBER
                    GOTO 1
                    2 AVERAGE = SUM / COUNTER
                    WRITE ( 6 , 80 ) AVERAGE
                    STOP
                    END

2. ພາສາ ALGOL
ພາສາ ALGOL ຫລື Algorithmic Language ຄິດຄົ້ນໂດຍກຸ່ມນັກຄອມພິວເຕີ ທີ່ມາປະຊຸມວິຊາການ ທີ່ຊູຣິກ ໃນປີ 1958 ແລະ ອອກເຜີຍແຜ່ປີ 1960 ມີຄຳສັ່ງກຳນົດໂຄງສ້າງ ແລະ ຊະນິດຂໍ້ມູນຢ່າງສົມບູນ ແລະ ມີການນຳໄປເປັນພື້ນຖານໃນການອອກແບບພາສາລຸ້ນທີ່ 3 ທີ່ນິຍົມກັນຢ່າງຫລາຍໃນປັດຈຸບັນ ເຊັ່ນ Pascal ໂດຍພາສາ ALGOL ທີ່ເປັນມາດຕະຖານ ໄດ້ແກ່ ALGOL- 60 ແລະ ALGOL- 68

3. ພາສາໂຄບອນ (COBOL)
ພາສາໂຄບອນ ເປັນພາສາລະດັບສູງທີ່ອອກແບບມາຕັ້ງແຕ່ປີ ຄ.ສ. 1960 ໂດຍສະຖາບັນມາດຕະຖານແຫ່ງສະຫະລັດອາເມລິກາ ກັບບໍລິສັດຜູ້ຜະລິດຄອມພິວເຕີຫຼາຍແຫ່ງ ແລະ ໄດ້ມີການພັດທະນາຢ່າງຕໍ່ເນື່ອງຈາກມາດຕະຖານຂອງພາສາໂຄບອນໃນປີ 1968 ກໍຳນົດໂດຍ The American National Standard Institute ແລະໃນປີ 1974 ໄດ້ອອກມາດຕະຖານທີ່ຮຽກວ່າ ANSI - COBOL ຕໍ່ມາເປັນ COBOL 85 ພາສາໂຄບອນເປັນພາສາທີ່ອອກແບບໃຫ້ໃຊ້ກັບງານທາງທຸລະກິດໄດ້ເປັນຢ່າງດີ ສຳລັບການປະມວນຜົນແຟ້ມຂໍ້ມູນຂະໜາດໃຫຍ່ ການຄິດໄລ່ທາງທຸລະກິດເຊັ່ນ ການຈັດເກັບ, ຮຽກໃຊ້ ແລະ ປະມວນຜົນທາງດ້ານບັນຊີ ຕະຫລອດຈົນເຮັດວຽກດ້ານການຄວບຄຸມສິນຄ້າ ການຮັບ ແລະ ຈ່າຍເງີນ ເປັນຕົ້ນ
ຄຳສັ່ງຂອງພາສາ COBOL ຈະຄ້າຍກັບພາສາອັງກິດເຮັດໃຫ້ສາມາດອ່ານ ແລະ ຂຽນໂປຣແກຣມ ໄດ້ບໍ່ຍາກ ໃນຢຸກທຳອິດ ພາສາ COBOL ຈະໄດ້ຮັບຄວາມນິຍົມເທິງເຄື່ອງລະດັບເມນເຟມ ແຕ່ປັດຈຸບັນນີ້ຈະ ມີຕົວແປພາສາ COBOL ທີ່ໃຊ້ເທິງເຄື່ອງໄມໂຄຣຄອມພິວເຕີດ້ວຍ ລວມທັງມີພາສາ COBOL ທີ່ໄດ້ຮັບການ ອອກແບບຕາມແນວທາງເຊີງວັດຖຸ ( Object Oriented) ຮຽກວ່າ Visual COBOL ຊຶ່ງຈະຊ່ວຍໃຫ້ການຂຽນໂປຣແກຣມສາມາດເຮັດໄດ້ງ່າຢຂຶ້ນ ແລະ ສາມາດນຳໂປຣແກຣມທີ່ຂຽນໄວ້ມາໃຊ້ໃນການພັດທະນາງານອື່ນໆ ອີກ

ຕົວຢ່າງການຂຽນໂປຣແກຣມດ້ວຍພາສາ COBOL

  IF SALES-AMOUNT IS GREATER THAN SALES-QUOTA
                    COMPUTE COMMISSION = MAX-RATE * SALES - AMOUNT
                    ELSE
                    COMPUTE COMMISSION = MIN-RATE * SALES - AMOUNT

4. ພາສາເບສິກ (BASIC)
ພາສາເບສິກ ( Basic ຫຍໍ້ມາຈາກ Beginners All - purpose Symbolic Instruction Code) ເປັນພາສາທີ່ງ່າຍຕໍ່ການຮຽນຮູ້ພັດທະນາໂດຍ Dartmouth Collage ແນະນຳໂດຍ John Kemeny ແລະ Thomas Krutz ໃນປີ 1965 ເປັນພາສາທີ່ໃຊ້ງ່າຍ ແລະ ຕິດຕັ້ງຢູ່ເທິງເຄື່ອງໄມໂຄຣຄອມພິວເຕີສ່ວນຫລາຍ ໃຊ້ສຳລັບ ຜູ້ເລີ່ມຕົ້ນສຶກສາການຂຽນໂປຣແກຣມ ແລະ ໄດ້ມີການພັດທະນາຢ່າງຕໍ່ເນື່ອງຈາກພາສາ BASIC, QBASIC ປັດຈຸບັນເປັນ Visual BASIC ເປັນທີ່ນິຍົມໃຊ້ກັນຢ່າງແຜ່ຫຼາຍ ສາມາດປະຍຸກໃຊ້ງານໄດ້ທັງທາງວິທະຍາສາດ ແລະ ທາງທຸລະກິດ

ຕົວຢ່າງການຂຽນໂປຣແກຣມດ້ວຍພາສາ BASIC

CLS
                    PRINT “PLEASE ENTER A NUMBER”
                    INPUT NUMBER
                    DO WHILE NUMBER <> 999
                    SUM = SUM + NUMBER
                    vCOUNTER = COUNTER + 1
                    PRINT “PLEASE ENTER THE NEXT NUMBER”
                    INPUT NUMBER
                    LOOP
                    AVERAGE = SUM/COUNTER
                    PRINT “THE AVERAGE OF THE NUMBER IS”; AVERAGE
                    END

5. ພາສາ PL/ 1
ພາສາ PL/I ເປັນພາສາທີ່ພັດທະນາຂຶ້ນໂດຍທີມງານຂອງບໍລິສັດໄອບີເອັມ ທີ່ຕັ້ງໃຈຈະລວມຄວາມສາມາດຂອງພາສາ FORTRAN, ALGOL, COBOL ເຂົ້ານຳກັນ ດັ່ງນັ້ນຈຶ່ງອາດກ່າວໄດ້ວ່າ ພາສານີ້ເປັນພາສາແລກທີ່ເຮັດວຽກໄດ້ກວ້າງຂວາງແທ້ໆ ທັງທາງດ້ານວິທະຍາສາດ ວິສະວະກຳ ແລະ ທຸລະກິດ ແຕ່ຂະນະດຽວກັນ ກໍເຮັດໃຫ້ຕົວແປພາສາໃຫຍ່ຫລາຍ ຈົນບໍ່ສາມາດນຳໄປໃຊ້ກັບເຄື່ອງຂະໜາດນ້ອຍໄດ້ ພາສານີ້ກຳນົດຮູບແບບ/ປະເພດຂໍ້ມູນໄດ້ຫຼາຍແບບ ເຮັດວຽກຫຼາຍງານພ້ອມກັນໄດ້ ( Multitasking) ເຮັດວຽກກັບອຸປະກອນຮັບສົ່ງຂໍ້ມູນ ທີ່ຊັບຊ້ອນໄດ້ ແລະປະມວນລາຍການໄດ້ ( List Processing) ແຕ່ພາສານີ້ບໍ່ເປັນທີ່ຍອມຮັບເທົ່າໃດ

6. ພາສາປາດສະຄານ (Pascal)
ພາສາປາດສະຄານ ເປັນພາສາທີ່ໄດ້ຮັບການພັດທະນາໂດຍນິກລອດ ເວິດ (Niklaus Wirth) ແຫ່ງສະຖາບັນເທກໂນໂລຢີຂອງລັດໃນເມືອງ ຊູຣິກ (Zurick) ປະເທດສະວິດເຊີແລນ ເມື່ອປີ ຄ.ສ. 1968 ຊື່ຂອງພາສານີ້ຕັ້ງຊື່ເພື່ອເປັນກຽດແກ່ນັກຄະນິດສາດຊາວຝຣັ່ງເສດຄົນສຳຄັນທີ່ຊື່ວ່າ Blaise Pascal ພາສານີ້ອອກແບບມາເພື່ອໃຫ້ງ່າຍຕໍ່ການຂຽນໂປຣແກຣມ ງ່າຍຕໍ່ການຮຽນຮູ້ ແຕກຕ່າງກັບພາສາເບສິກກໍຄື ພາສາປາດສະຄານເປັນພາສາໂຄງສ້າງ ( Structure Programming) ນິຍົມໃຊ້ເປັນພາສາສຳລັບການຮຽນການສອນ ແລະ ການຂຽນໂປຣແກຣມປະຍຸກຕ່າງໆ ພາສາປາດສະຄານມີຕົວແປພາສາທັງທີ່ເປັນແບບ Interpreter ແລະ Compiler ໂດຍຈະມີໂປຣແກຣມ ເທີໂບປາດສະຄານ ( Turbo Pascal) ທີ່ໄດ້ຮັບຄວາມນິຍົມຢ່າງສູງທັງໃນວົງການສຶກສາ ແລະ ທຸລະກິດ ເນື່ອງຈາກໄດ້ຮັບ ການປັບປຸງໃຫ້ຕັດຂໍ້ເສຍຂອງພາສາປາດສະຄານລຸ້ນທຳອິດ ອອກໄປ

ຕົວຢ່າງການຂຽນໂປຣແກຣມດ້ວຍພາສາ Pascal

 PROGRAM AVERAGE OF NUMBER:
                    VAR
                    COUNTER , NUMBER , SUM : INTEGER ;
                    AVERAGE : REAL ;
                    BEGIN
                    SUM := 0 ;
                    COUNTER := 0;
                    WRITELN (‘PLEASE ENTER A NUMBER');
                    READLN ( NUMBER);
                    WHILE NUMBER <> 999 DO
                    BEGIN (* WHILE LOOP <strong>)
                    SUM := SUM + COUNTER;
                    WRITELN (‘PLEASE ENTER THE NEXT NUMBER');
                    READ ( NUMBER);
                    END ; (</strong> WHILE LOOP *)
                    AVERAGE := SUM / COUNTER;
                    WRITELN (‘THE AVERAGE OF THE NUMBERS IS' , AVERAGE : 2 );
                    END.

7. ພາສາ Modula- 2
ພາສາ Modula- 2 ເປັນພາສາທີ່ນິກລອດ ເວິດ ປັບປຸງຈາກພາສາປາດສະຄານ ໂດຍພະຍາຍາມໃຫ້ມີລັກສະນະທີ່ດີຂອງພາສາ ສຳລັບຂຽນໂປຣແກຣມຫລາຍຂຶ້ນ ເຊັ່ນ ການເຮັດໃຫ້ມີການຊ່ອນຂໍ້ມູນ ( Information Hiding) ຫຼັກການນາມະທຳ ( Abstraction) ການກຳນົດຊະນິດຂໍ້ມູນ ຊຶ່ງສາມາດນຳໄປໃຊ້ກັບການດຳເນີນງານແບບ Recursion ແລະ Concurrency ໄດ້ດ້ວຍ ປັດຈຸບັນພາສານີ້ບໍ່ໄດ້ຮັບຄວາມນິຍົມເທົ່າທີ່ຄວນ

8. ພາສາ C ແລະ C++
ພາສາ C ຖືກພັດທະນາຂຶ້ນໂດຍ Dennis Ritchie ໃນປີ ຄ.ສ. 1972 ທີ່ຫ້ອງປະຕິບັດການເບນລ໌ ຂອງບໍລິສັດ AT&T ເປັນພາສາທີ່ໃຊ້ຂຽນລະບົບປະຕິບັດການ UNIX ຊຶ່ງເປັນລະບົບປະຕິບັດການທີ່ໄດ້ຮັບ ຄວາມນິຍົມຄູ່ກັບພາສາຊີ ແລະ ມີການໃຊ້ງານຢູ່ໃນເຄື່ອງທຸກລະດັບ
ພາສາ C ເປັນພາສາລະດັບສູງທີ່ໄດ້ຮັບຄວາມນິຍົມໃນໝູ່ນັກຂຽນໂປຣແກຣມເປັນຢ່າງຫລາຍ ເນື່ອງຈາກພາສາ C ເປັນພາສາທີ່ລວມເອົາຂໍ້ດີຂອງພາສາລະດັບສູງໃນເລື່ອງຂອງຄວາມຢືດຢຸ່ນ ແລະ ໄວຍາກອນ ທີ່ງ່າຍຕໍ່ການເຂົ້າໃຈກັບຂໍ້ດີຂອງພາສາແອດເຊມບລີໃນເລື່ອງຂອງປະສິດທິພາບ ແລະ ຄວາມໄວໃນການເຮັດວຽກ ເຮັດໃຫ້ໂປຣແກຣມທີ່ພັດທະນາດ້ວຍ ພາສາຊີເຮັດວຽກໄດ້ໄວກວ່າໂປຣແກຣມທີ່ຂຽນດ້ວຍພາສາລະດັບສູງອື່ນໆ ໃນຂະນະທີ່ການພັດທະນາ ແລະ ແກ້ໄຂໂປຣແກຣມສາມາດເຮັດໄດ້ງ່າຍເຊັ່ນດຽວກັບພາສາລະດັບສູງທົ່ວໆໄປ ນອກຈາກນີ້ພາສາ C ຍັງໄດ້ມີການພັດທະນາກ້າວໜ້າຂຶ້ນໄປອີກ ໂດຍກທຳການປະຍຸກແນວຄວາມຄິດຂອງການ ໂປຣແກຣມເຊີງວັດຖຸເຂົ້າມາໃຊ້ໃນພາສາ ເຮັດໃຫ້ເກີດເປັນພາສາໃໝ່ຄື C++ (++ ໃນຄວາມຫມາຍຂອງພາສາຊີຄື ການເພີ່ມຂຶ້ນອີກໜຶ່ງນັ້ນເອງ) ຊຶ່ງເປັນພາສາທີ່ໄດ້ຮັບຄວາມນິຍົມໃຊ້ໃນງານພັດທະນາໂປຣແກຣມຢ່າງຫລາຍ

ຕົວຢ່າງການຂຽນໂປຣແກຣມດ້ວຍພາສາ C ແລະ C++

#include <stdio.h>
                    #include <conio.h>
                    void main(){
                    int i, j;
                    printf("Put integer :");
                    scanf ("%d", &i);
                    printf("n========n");
                    j = 0;
                    while (i > j){
                    printf("%dn", ++j);
                    }
                    getch();
                    }

9. ພາສາ Ada
ພາສາ Ada ພັດທະນາຂຶ້ນຕາມສັນຍາວ່າຈ້າງຂອງກະຊວງ ກອງທັບ ສະຫະລັດອາເມລິກາ ທີ່ຕ້ອງການໄດ້ພາສາຄອມພິວເຕີ ທີ່ສາມາດໃຊ້ແທນພາສາອື່ນໆ ທີ່ຫນ່ວຍງານຕ່າງໆ ພາຍໃນກະຊວງກຳລັງໃຊ້ຢູ່ໃນຂະນະນັ້ນໄດ້ ພາສານີ້ມີໂຄງສ້າງຄ້າຍພາສາປາດສະຄານ ແຕ່ເຮັດວຽກໄດ້ຫລາຍກວ່າ ເຊັ່ນ ເຮັດວຽກຫຼາຍງານໄດ້ພ້ອມກັນ ( Mustitasking) ຈັດການກັບການຂັດຈັງຫວະໄດ້ ( Interrupt handling) ຈັດຈັງຫວະການເຮັດວຽກງານໃຫ້ເຂົ້າກັນ ( Intertask Synchronization) ເປັນຕົ້ນ ຊຶ່ງນັບວ່າເປັນພາສາທີ່ຫລາຍດ້ວຍ ໂຄງສ້າງແບບຕ່າງໆ ຈຶ່ງມີຂະໜາດໃຫຍ່ດ້ວຍ

10. ພາສາ Lisp
ພາສາ Lisp (LISt Processing) ເປັນພາສາທີ່ນັບໄດ້ວ່າເກົ່າແກ່ພໍໆ ກັບພາສາຟໍແທຣນ ພັດທະນາໃນປີ 1950 ໂດຍ ຈອນ ແມກຄາຣ໌ທີ ( John McCarthy) ສະຖາບັນເທກໂນໂລຢີແຫ່ງແມດສາຊູເສດຕ໌ ເໝາະສົມກັບງານປະມວນສັນຍະລັກ ຫລື ລາຍການຕ່າງໆ ໃນບັນຫາປະເພດ Combinatorial ຊຶ່ງໃຊ້ໃນງານປັນຍາປະດິດ ເຊັ່ນ ການພິສູດທິດສະດີ ການຄົ້ນຫາຂໍ້ມູນ ທີ່ຈັດໂຄງສ້າງແບບຕົ້ນໄມ້ ເປັນຕົ້ນ ພາສານີ້ມີໂປຣແກຣມຍ່ອຍ ໃນຮູບຂອງຟັງຊັນ ທີ່ມີລັກສະນະເປັນເອກະເທດ ສາມາດນຳມາເຮັດເປັນຄັງຟັງຊັນຂະໜາດໃຫຍ່ໄດ້ ແລະ ເປັນການເນັ້ນຫຼັກການ ດ້ານການນຳກັບມາໃຊ້ໃໝ່ໄດ້ເປັນຢ່າງດີ ປັດຈຸບັນມີການນຳມາໃຊ້ໃນການສ້າງ ລະບົບຜູ້ຊ່ຽວຊານກັນຫລາຍ ເພາະລັກສະນະຂອງພາສາ ເອື້ອອຳນວຍຕໍ່ການໃຊ້ລະບຸຄວາມຈິງ ກົດເກນ ແລະ ການອະນຸມານຕ່າງໆ ອັນຈຳເປັນຕໍ່ງານລະບົບອິງຖານຄວາມຮູ້

11. ພາສາ Prolog
ພາສາ Prolog (PROgramming in LOGic) ເປັນອີກພາສາທີ່ນິຍົມໃຊ້ໃນການສ້າງລະບົບຜູ້ຊ່ຽວຊານ ( Artificial Intelligence) ເພາະເໝາະສຳລັບໃຊ້ສະແດງຄວາມຮູ້ ( Knowledge Representation) ໂດຍນຳຄວາມຮູ້ມາຂຽນໃນຮູບຂອງ ອະນຸປະໂຫຍກ ( Clause) ຊຶ່ງເປັນພາສາຄູ່ແຂ່ງກັບພາສາ Lisp ພັດທະນາໂດຍ Colmerauer ແຫ່ງ University of Marseilles ໃນປີ 1970 ຈາກນັ້ນ Clocksin ກັບ Mellish ຈາກ University of Edinburgh ໄດ້ນຳມາພັດທະນາເພື່ອໃຊ້ງານຕໍ່

12. ພາສາ APL
ພາສາ APL (A Programming Language) ເປັນພາສາລະດັບສູງທີ່ຄິດສ້າງໂດຍ ເຄ. ອີ. ໄອເອີຣ໌ສັນ ( Ken Iverson) ແຫ່ງບໍລິສັດໄອບີເອັມ ເມື່ອປີ 1960 ມີລັກສະນະແຕກຕ່າງຈາກ ພາສາຄອມພິວເຕີພາສາອື່ນຢູ່ຫລາຍ ເຊັ່ນ ໃຊ້ສັນຍະລັກແທນການເຮັດວຽກງານ ຫລື ການດຳເນີນການທາງເລກຄະນິດ ແລະ ອັກຂະຣະ ເຮັດໃຫ້ໂປຣແກຣມມີຂະໜາດກະທັດຫັດ ຈຶ່ງເປັນພາສາທີ່ນິຍົມໃຊ້ແກ້ບັນຫາຄະນິດສາດ

13. ພາສາໂປຣແກຣມເຊີງວັດຖຸ ( Object-Oriented Programming Language)
ພາສາໂປຣແກຣມເຊີງວັດຖຸ ( Object-Oriented Programming) ຫລື OOP ເໝາະກັບການຂຽນໂປຣແກຣມປະຍຸກຂະໜາດໃຫຍ່ເຮັດໃຫ້ງານຂຽນໂປຣແກຣມເປັນສິ່ງທີ່ງ່າຍ ແລະ ສາມາດຂຽນໄດ້ຢ່າງວ່ອງໄວ ເພາະສິ່ງຕ້ອງການຂຽນໂປຣແກຣມເປັນຄລາດຂອງວັດຖຸ ( Class) ຊຶ່ງປະກອບດ້ວຍ ຄຸນສົມບັດ (Property) ແລະ ວິທີການເຮັດວຽກງານ (Method) ສາມາດກທຳການແກ້ໄຂ ຫລື ເພິ່ມເຕິມຄຳສັ່ງໃນ Method ໄດ້ໂດຍບໍ່ກະທົບໂປຣແກຣມສ່ວນອື່ນໆ ທັງຍັງສາມາດສືບທອດຄຸນສົມບັດຂອງ Class ໄດ້ອີກດ້ວຍ ມີໜ້າຈໍຂອງການໂຕ້ຕອບ ( dialog box) ຫລື ໄອຄອນ ເທິງຈໍພາບ ເປັນຕົ້ນ ຕົວຢ່າງຂອງພາສາ OOP ເຊັ່ນ

- Smalltalk ເປັນພາສາ OOP ພາສາແລກ ໄດ້ສ້າງຂຶ້ນໃນປີ 1970 ໂດຍນັກຄອມພິວເຕີຊື່ Alan kay ພາສານີ້ໃຊ້ແປ້ນພິມໃນການປ້ອນຂໍ້ມູນແຕ່ການເຮັດວຽກງານທັງໝົດໃຊ້ເມົາສ໌

- C++ ເປັນການພັດທະນາຈາກພາສາ C ເພື່ອໃຫ້ເປັນພາສາ OOP ໄດ້ສ້າງຂຶ້ນໂດຍ Bjarne Strousup ການຂຽນພາສານີ້ໃຊ້ລະຫັດມາດຕະຖານຂອງພາສາ C ພາສາ C++ ສາມາດຂຽນແບບທຳມະດາ ແລະແບບ OOP

ພາສາຄອມພິວເຕີທີ່ຢູ່ໃນຕະກູນ Visual ເປັນພາສາທີ່ພັດທະນາຕໍ່ຈາກ OOP ເປົ້າໝາຍຂອງ Visual Programming ເຮັດໃຫ້ໂປຣແກຣມເມີຣ໌ຂຽນໂປຣແກຣມໄດ້ງ່າຍ ການເຮັດວຽກງານຈະເປັນກາບຟິກ ເຮັດໃຫ້ຜູ້ໃຊ້ຄິດກ່ຽວກັບການແກ້ບັນຫາໄດ້ງ່າຍ ການສ້າງໂປຣແກຣມໃຊ້ Icon ແທນການຂຽນໂປຣແກຣມປະຈຳໂປຣແກຣມເມີຣ໌ຈະເຊື່ອມຕໍ່ລະຫວ່າງ Object ໂດຍການວາດຮູບ ການຊີ້ ການຄລິກເທິງໄດອະແກຣມ ການຂຽນໂປຣແກຣມແບບ Visual ຈະຕ້ອງເປັນລະບົບ GUI ຕົວຢ່າງຂອງພາສາໃນກຸ່ມນີ້ທີ່ນິຍົມຄື Visual Basic ພັດທະນາໂດຍໄມໂຄຣຊອບ ໃນປີ 1990 ຈັດເປັນພາສາໃນຢຸກທີ່ 4 ໃນກຸ່ມຂອງ OOP

14. ພາສາ Visual Basic
ພາສາ Visual Basic ເປັນພາສາລະດັບສູງໃນຢຸກທີ່ 4 ພັດທະນາໂດຍບໍລິສັດ Microsoft ໃນປີ ຄ.ສ. 1987 ແຕ່ເລີ່ມໄດ້ຮັບຄວາມນິຍົມໃນປີ ຄ.ສ.1991 ນັບວ່າເປັນພາສາຄອມພິວເຕີພາສາແລກທີ່ມີເຄື່ອງມື ເປັນພາບກາບຟິກຄອຍຖ້າອຳນວຍສະດວກໃນການຂຽນໂປຣແກຣມ ແລະ ໄດ້ຮັບຄວາມນິຍົມໃນການພັດທະນາໂປຣແກຣມເທິງ Windows ເພາະມີຫຼັກການຂຽນໂປຣແກຣມແບບ Event – Driven ຊຶ່ງເປັນການຂຽນໂປຣແກຣມເພື່ອກຳນົດການເຮັດວຽກໃຫ້ກັບ Control ຕ່າງໆທີ່ສ້າງຂຶ້ນຕາມເຫດການ (Event) ທີ່ເກິດຂື້ນ ເຊັ່ນ ການຄລິກເມົາສ໌ຂອງຜູ້ໃຊ້ ຫລືການຮັບຂໍ້ມູນຈາກຄີບອດ ເປັນຕົ້ນ

  Private Sub Form_Load()
                    Dim i As Integer
                    For i = -5 To 5
                    If i < 0 Then
                    MsgBox i &" ເປັນຕົວເລກຈຳນວນເຕັມລົບ ", vbOKOnly + vbInformation, "Show"
                    Else
                    MsgBox i &" ເປັນຕົວເລກຈຳນວນເຕັມບວກ ", vbOKOnly + vbInformation, "Show"
                    End If
                    Next
                    End Sub

16. ພາສາ Java
ພາສາ Java ເປັນພາສາລະດັບສູງໃນຢຸກທີ່ 4 ທີ່ສະໜັບສະໜູນການຂຽນໂປຣແກຣມເຊີງວັດຖຸ ຊຶ່ງເປັນເທກນິກທີ່ໃຊ້ວັດຖຸ (Object) ເປັນຫຼັກໃນການພິຈາລະນາສິ່ງຕ່າງໆ ດັ່ງນັ້ນໂປຣແກຣມທີ່ຂຽນດ້ວຍພາສາ Java ຊຶ່ງປະກອບດ້ວຍກຸ່ມຂອງ Object ຖືກຈັດກຸ່ມໃນຮູບຂອງ Class ໂດຍທີ່ແຕ່ລະຄລາດມີຄຸນສົມບັດການຖ່າຍທອດລັກສະນະ (Inheritance) ພາສາ Java ໄດ້ຮັບຄວາມນິຍົມຢ່າງສູງ ເນື່ອງຈາກໂປຣແກຣມທີ່ຂຽນດ້ວຍພາສາ Java ສາມາດເຮັດວຽກເທິງເຄື່ອງຄອມພິວເຕີທີ່ມີສະພາວະແວດລ້ອມຕ່າງກັນໄດ້ໂດຍບໍ່ຂຶ້ນກັບແພດຟອມໃດໆ (Platform Independent) ເປັນພາສາທີ່ມີໄວຍາກອນເຂົ້າໃຈງ່າຍ ດັ່ງຕົວຢ່າງຕໍ່ໄປນີ້

 class TestJava
                    {
                    public static void main(String[] args)
                    {
                    System.out.println("Hello World!");
                    }  
                    }

Subscribe

  • RSS Atom

ອອນລາຍ: 1 | ມື້ນີ້: 13 | ວານນີ້: 25 | ທິດນີ້: 93 | ເດືອນນີ້: 872 | ປີນີ້: 11832 | ລວມ: 78935