Friday, July 28, 2017

Dark Web ແມ່ນຫຍັງ? ອະທິບາຍແບບເຂົ້າໃຈງ່າຍ

ຫຼາຍຄົນໜ້າຈະເຄີຍໄດ້ຍິນຄຳວ່າ Dark Web ຜ່ານສື່ກັນມາແດ່ ຕົວຢ່າງເຊັ່ນຂ່າວການຈັບກຸມເຈົ້າຂອງເວັບໄຊຕ໌ຊື້ຂາຍຂອງຜິດກົດຫມາຍ ລັກສະນະການເຮັດວຽກຂອງ Dark Web ສາມາດອະທິບາຍໃຫ້ເຂົ້າໃຈງ່າຍໆ ໄດ້ດັ່ງນີ້

Surface Web ຄືເວັບໄຊຕ໌ທີ່ເປີດໃຫ້ເຂົ້າເຖິງໄດ້ດ້ວຍວິທີປົກກະຕິ (ຮູ້ຈັກກັນໃນຊື່ World Wide Web) ສາມາດຄົ້ນຫາເວັບໄຊຕ໌ເຫຼົ່ານີ້ໄດ້ຜ່ານ Search engine
Deep Web ເປັນເວັບໄຊຕ໌ທີ່ບໍ່ປາກົດໃນຖານຂໍ້ມູນ Search engine ແລະ ບໍ່ເປີດໃຫ້ບຸກຄົນພາຍນອກເຂົ້າເຖິງໄດ້ດ້ວຍວິທີປົກກະຕິ ເຊັ່ນ ເວັບທີ່ໃຊ້ງານສະເພາະເຄືອຂ່າຍພາຍໃນອົງກອນ
Dark Web ເປັນເວັບໄຊຕ໌ທີ່ຕັ້ງໃຈຊ່ອນອຳພາງການເຂົ້າເຖິງ ປົກປິດຂໍ້ມູນຜູ້ຢູ່ເບື້ອງຫຼັງ ໂດຍສ່ວນໃຫຍ່ມີຈຸດປະສົງເພື່ອໃຊ້ໃນເຊີງຜິດກົດຫມາຍ

ການເຂົ້າເຖິງ Dark Web ຈະຕ້ອງໃຊ້ຊ່ອງທາງພິເສດ ເຊັ່ນ ເຂົ້າຜ່ານເຄືອຂ່າຍ Tor ຫລື I2P ຊຶ່ງເປັນການເຂົ້າເຖິງແບບບໍ່ລະບຸຕົວຕົນ (Anonymous) ແລະ ກວດສອບຢ້ອນກັບເສັ້ນທາງໄດ້ຍາກ ເນື້ອຫາໃນ Dark Web ໂດຍສ່ວນໃຫຍ່ມັກເປັນເລື່ອງຜິດກົດຫມາຍ ຫລື ອາຊະຍາກຳ ເຊັ່ນ ຊື້ຂາຍຢາເສບຕິດ ຂາຍອາວຸດ ຄ້າມະນຸດ ຊື້ຂາຍມັນແວຣ໌ ຫລື ຊື້ຂາຍຂໍ້ມູນທີ່ຖືກລັກອອກມາ ເປັນຕົ້ນ

ຢ່າງໃດກໍຕາມ Dark Web ບາງສ່ວນບໍ່ໄດ້ເປັນເນື້ອຫາຜິດກົດຫມາຍ (ຫລື ອາດເຂົ້າຂ່າຍຜິດກົດຫມາຍສະເພາະໃນບາງປະເທດ) ເຊັ່ນ ການນຳສະເໜີຂ່າວຂອງຜູ້ສື່ຂ່າວທີ່ເຮັດວຽກຢູ່ໃນປະເທດທີ່ບໍ່ອະນຸຍາດໃຫ້ເຜີຍແຜ່ຂ່າວສານບາງຢ່າງ ການໂຄສະນາທາງການເມືອງ ການເປີດເຜີຍຂໍ້ມູນອາຊະຍາກຳໂດຍຜູ້ເປີດເຜີຍຕ້ອງການປົກປິດຕົວຕົນ ບໍລິການແລກປ່ຽນສະກຸນເງີນດິຈິທັນ ຫລື ການເວົ້າສົນທະນາໃນຫົວຂໍ້ທີ່ບໍ່ເປີດເຜີຍຕໍ່ສາທາລະນະ ເປັນຕົ້ນ

ຢ່າງໃດກໍຕາມ ການເຂົ້າເຖິງເວັບໄຊຕ໌ປະເພດນີ້ອາດມີຜົນກະທົບດ້ານກົດຫມາຍ ແລະ ມີຄວາມສ່ຽງທີ່ຈະຕົກເປັນເຫຍືອຈາກມັນແວຣ໌ ຄວນພິຈາລະນາຢ່າງອ້ອມຄອບກ່ອນເຂົ້າເຖິງເວັບໄຊຕ໌ເຫຼົ່ານີ້

Source: thaicert.or.th

Subscribe

  • RSS Atom

ອອນລາຍ: 1 | ມື້ນີ້: 13 | ວານນີ້: 25 | ທິດນີ້: 93 | ເດືອນນີ້: 872 | ປີນີ້: 11832 | ລວມ: 78935