ທີມ FLARE ຂອງ FireEye ໄດ້ປ່ອຍເຄື່ອງມືສຳລັບການດັດແປງ VM (Virtual Machine ໃຫ້ພ້ອມສຳລັບການເຮັດ Malware Analysis ໂດຍ Virtual Machine ດັ່ງກ່າວຈະຕິດຕັ້ງເຄື່ອງມື ແລະ ປັບແຕ່ງ OS ຫລາຍຢ່າງ ເພື່ອໃຫ້ພ້ອມຕໍ່ການວິເຄາະ ຊຶ່ງເຄື່ອງມືນັ້ນຄື FLARE VM ນັ້ນເອງ
FLARE VM ຈະເປັນເຄື່ອງມື open source free ທີ່ສາມາດ download ໄດ້ທົ່ວໄປ ໂດຍເປັນຊຸດເຄື່ອງມືສຳລັບການເຮັດ reverse engineer, malware analysis, incident responder, forensic ແລະ ສຳລັບ Penetration tester ໂດຍໄດ້ແຮງບັນດານໃຈຈາກ VM ຊື່ດັ່ງຢ່າງ Kali Linux, REMnux ແລະ ອື່ນໆ ໂດບ FLARE VM ຈະມີທັງເຄື່ອງມື debuggers, disassemblers, decompilers, static ແລະ dynamic analysis utilities, network analysis ແລະ manipulation, web assessment, exploitation, vulnerability assessment applications, ແລະ ອື່ນໆອີກຫລວງຫລາຍ
ວິທີການນຳມາໃຊ້ກໍບໍ່ຍາກ ພຽງແຕ່ຕິດຕັ້ງ Windows version 7 ຂຶ້ນໄປ ຈາກນັ້ນກໍກໍ່ການໃຊ້ Internet Explorer ເປີດໄປທີ່ລິ້ງ
http://boxstarter.org/package/url?https://raw.githubusercontent.com/fireeye/flare-vm/master/flarevm_malware.ps1
ທີ່ເຫຼືອກໍພຽງແຕ່ກົດ RUN ເພື່ອທຳການຕິດຕັ້ງ Software ທັງໝົດເທົ່ານັ້ນເອງ
Image does not exist: https://www.techsuii.com/wp-content/uploads/2017/07/Fig1.png
Image does not exist: https://www.techsuii.com/wp-content/uploads/2017/07/Fig3.png
Source: FireEye, techsuii