Monday, September 25, 2017

ວິທີເຊື່ອງ ຊ່ອງ Drive ໃນຄອມ

ເມື່ອເຮົາເຂົ້າໄປທີ່ My Computer ກໍ່ຈະເຫັນລາຍການຂອງ Drive ຕ່າງໆ ເປັນຕົ້ນ Drive C:, D:, E: ແຕ່ສຳລັບບົດຄວາມນີ້ ແມ່ນວິທີຈະເຊື່ອງ Drive ທີ່ເຮົາຕ້ອງການໄວ້ເປັນຄວາມລັບ
Image does not exist: https://www.howtogeek.com/wp-content/uploads/2007/08/image137.png

ມີຂັ້ນຕອນດັ່ງນີ້:

1. ເປີດໂປຣແກຣມ Regedit ກົດທີ່ Windows Key + R ພີມ Regedit ແລ້ວ Enter
2. ເຂົ້າໄປທີ່ Key

HKEY_CURRENT_USER/Software/Microsoft/Windows/CurrentVersion/Policies/Explorer

ໃນບ່ອນນີ້ ໃຫ້ສັງເກດເບີ່ງ Nodrives ຖ້າບໍ່ມີໃຫ້ສ້າງໃໝ່ ໃສ່ຊື່ Nodrives ແລະ ເປັນປະເພດ 32-bit DWORD
Image does not exist: https://www.howtogeek.com/wp-content/uploads/2007/08/image138.png
ຕາຕະລາງ ຄ່າແຕ່ລະ Drive ເປັນ Binary

Z Y X W V U T S R Q P O N
0 0 0 0 0 0 0 0 0 0 0 0 0
M L K J I H G F E D C B A
0 0 0 0 0 0 0 1 0 0 0 0 1


ຕົວຢ່າງ ຖ້າເຮົາຕ້ອງການເຊື່ອງ ຊ່ອງ A ແລະ F ຈາກຕາຕະລາງ ເຮົາໄດ້ຄ່າ
100001 ສະນັ້ນຕ້ອງປ່ຽນເປັນເລກຖານ 10 ຈະໄດ້ຄ່າ ເທົ່າ 33
Image does not exist: https://www.howtogeek.com/wp-content/uploads/2007/08/image139.png
ຂ້າງລຸ່ມແມ່ນຄ່າ ໃນແຕ່ລະຊ່ອງ

Drive Letter Decimal Hex
A 1 1
B 2 2
C 4 4
D 8 8
E 16 10
F 32 20
G 64 40
H 128 80

Subscribe

  • RSS Atom

ອອນລາຍ: 1 | ມື້ນີ້: 13 | ວານນີ້: 25 | ທິດນີ້: 93 | ເດືອນນີ້: 872 | ປີນີ້: 11832 | ລວມ: 78935