Image does not exist: https://www.whyblacklist.com/wp-content/uploads/2017/08/bad-circle.png
ບັນຫາ IP ຂອງ Email Hosting ຕິດ Blacklist ຫລື Real time black list (RBL) ສ້າງຄວາມເບື່ອໜ່າຍໃຫ້ແກ່ຜູ້ໃຊ້ງານ Email ໃນ Server ເຫຼົ່ານັ້ນ ຊຶ່ງບັນຫານີ້ມີໂອກາດເກີດຂຶ້ນກັບ Email Hosting ທີ່ມີການໃຫ້ບໍລິການ Web Hosting ດ້ວຍ ແລະ ມີໂອກາດສູງຫລາຍຂຶ້ນຫາກ Server ນີ້ ໃຫ້ບໍລິການ Email Hosting ແກ່ User ຈຳນວນຫລາຍໆ ເຮົາມາເບິ່ງປັດໃຈສ່ຽງຫຼັກ ໆ ທີ່ເຮັດໃຫ້ IP ຂອງ Email Hosting ເຈົ້າຕິດ Blacklist ຊ້ຳໄປຊ້ຳມາ
1. Email ຍິ່ງຫລາຍ IP ກໍຍິງສ່ຽງຕິດ Blacklist ຕາມໄປດ້ວຍ, ຫາກໃນ Server ທີ່ເຈົ້າໃຊ້ບໍລິການຢູ່ມີການ Share ໃຫ້ User ເປັນພັນ ໆ ໝື່ນ ໆ User ຫາກມີ User ຫນຶ່ງສົ່ງ Spam, Server ຂອງເຈົ້າກໍຈະຕິດ Blacklist ໄປດ້ວຍ
Image does not exist: https://www.whyblacklist.com/wp-content/uploads/2017/08/share-user.png
2. Mail Server ທົ່ວໄປເຮັດໄດ້ພຽງຈຳກັດປະລິມານການສົ່ງຕໍ່ມື້ ເຖິງແມ່ນວ່າການຈຳກັດປະລິມານການສົ່ງຕໍ່ Email ຫລື ຕໍ່ Domain ຈະຊ່ວຍລຸດຄວາມສ່ຽງທີ່ເຮັດໃຫ້ Email Hosting ຂອງເຈົ້າຕິດ Blacklist ແຕ່ກໍບໍ່ແມ່ນວິທີທີ່ສະຫລາດເພາະເປັນການແກ້ທີ່ປາຍເຫດ ແລະ ກໍບໍ່ສາມາດໜີພົ້ນບັນຫາ IP ຕິດ Blacklist ໄດ້ຢູ່ດີ
Image does not exist: https://www.whyblacklist.com/wp-content/uploads/2017/08/limit-sendding.png
3. ຂໍປ່ຽນ IP ກໍຕິດເໝືອນເດີມ, ເຖິງແມ່ນວ່າ Server ທີ່ຢູ່ໃນ Data Center ຕ່າງໆ ສາມາດຮ້ອງຂໍ IP ຊຸດໃໝ່ຈາກ Data Center ໄດ້ເມື່ອໄດກໍໄດ້ ແຕ່ເຖິງແມ່ນວ່າເຈົ້າຈະໄດ້ IP ມາຊຸດໃໝ່ ເຈົ້າກໍຈະພົບວ່າ IP ຊຸດໃໝ່ທີ່ໄດ້ຮັບກໍຕິດ Blacklist ຄືກັນ ເພາະຢູ່ Class ດຽວກັນກັບ IP ຊຸດເກົ່າ
Image does not exist: https://www.whyblacklist.com/wp-content/uploads/2017/08/change-ip.png
4. ນັກສົ່ງ Spam ໃໝ່ໆ ເກີດຂຶ້ນສະເໝີ ເຮັດໃຫ້ຜູ້ທີ່ເບິ່ງແຍງ Email Hosting ນັ້ນ ບໍ່ເທົ່າທັນເຖິງວິທີການໃໝ່ ໆ ຂອງ User ທີ່ແຝງຢູ່ໃນ Mail Server ແລະ ບຸກຄົນເຫຼົ່ານັ້ນກໍເຮັດໃຫ້ Email Hosting ກັບມາຕິດ Blacklist ອີກເທື່ອ
Image does not exist: https://www.whyblacklist.com/wp-content/uploads/2017/08/spammer.png
5. ຜູ້ໃຫ້ບໍລິການ Email Hosting ທີ່ມີມາດຕະຖານ ຈະມີລະບົບກັ່ນຕອງໄປທີ່ Content ຫລື ເນື້ອຫາກຂອງ Email ທີ່ສົ່ງອອກຈາກ Mail Server ທຸກສະບັບ ແລະ ຫາກພົບວ່າມີອີເມລ໌ໃດເຂົ້າຂ່າຍເປັນ Spam ກໍຈະບໍ່ຍອມສົ່ງ Email ສະບັບນີ້ອອກໄປ ຊຶ່ງເປັນການປ້ອງກັນ IP ຂອງ Email Hosting ທີ່ຕົ້ນເຫດ ແລະ ໄດ້ຮັບການຍອມຮັບ
src.whyblacklist
[tag]Email, Blacklist, IP[/tag]