Image does not exist: https://mybroadband.co.za/news/wp-content/uploads/2017/05/Etherium-1.jpg
ກ່ອນທີ່ຈະທຳຄວາມເຂົ້າໃຈ Ethereum ນັ້ນ ລອງເຮັດຄວາມເຂົ້າໃຈອິນເຕີເນັດກ່ອນ
ມື້ນີ້ ຂໍ້ມູນສ່ວນຕົວຂອງເຮົາບໍ່ວ່າຈະເປັນລະຫັດຜ່ານໄປຈົນເຖິງຂໍ້ມູນທາງດ້ານການເງີນຕ່າງກໍຖືກເກັບເອົາໄວ້ໃນຄອມພິວເຕີ
ແລະ ຖານຂໍ້ມູນຂອງຄົນອື່ນໃນລະບົບຄາວ ໂດຍຄົນເຫຼົ່ານີ້ກໍຄື Facebook, Google ຫລື Amazon ການໃຊ້ງານເຫຼົ່ານີ້ມີ
ຂໍ້ດີຫລວງຫລາຍ ແຕ່ມັນກໍມີຂໍ້ເສຍດ້ວຍເຊັ່ນກັນ ໂດຍທີ່ເຮົາເຄີຍໄດ້ຍິນກັນມານັ້ນ ນັກແຮກເກີຣ໌ຫລື ລັດຖະບານສາມາດທີ່
ຈະເຈາະລະບົບຖານຂໍ້ມູນເຂົ້າມາໃນຄອມພິວເຕີ ຫລື ໄຟລ໌ຂອງເຈົ້າໄດ້ໂດຍທີ່ເຈົ້າອາດຈະບໍ່ຮູ້ຕົວ ໂດຍໃຊ້ວິທີການໂຈມຕີ
ຖານຂໍ້ມູນບຸກຄົນທີ່ສາມທີ່ກ່າວໄປແລ້ວຂ້າງຕົ້ນນັ້ນ ໂດຍນັ້ນໝາຍຄວາມວ່າພວກນັກແຮກເກີຣ໌ ຫລື ລັດຖະບານນັ້ນສາມາດທີ່ຈະລັກ, ເຮັດຊ້ຳ ລົບ ຫລື ດັດແປງຂໍ້ມູນສຳຄັນຂອງທ່ານໄດ້
ທ່ານ Brian Behlendorf ຜູ້ສ້າງ Apache Web Server (ລະບົບຖານຂໍ້ມູນທີ່ເປັນທີ່ນິຍົມຫລາຍທີ່ສຸດໃນໂລກຕອນນີ້)
ອອກມາກ່າວປະນາມລະບົບສູນກາງ (centralize) ວ່າເປັນ “ຄວາມຜິດ” ແຫ່ງອິນເຕີເນັດ ພ້ອມກັບບອກວ່າອິນເຕີເນັດນັ້ນມັນຄວນທີ່ຈະຕັ້ງຢູ່ເທິງລະບົບກະຈາຍ (decentralize) ໂດຍຫຼັງຈາກນັ້ນກໍມີການເຄືອນໄຫວທັງທາງສັນຍະລັກ ແລະ ການພັດທະນາໂດຍໃຊ້ເທັກໂນໂລຢີບລັອກເຊນເພື່ອບັນລຸເປົ້າໝາຍນີ້
ໂດຍ Ethereum ນັ້ນກໍເປັນໜຶ່ງໃນເທັກໂນໂລຢີຫລ້າສຸດທີ່ມາເຂົ້າຮ່ວມການເຄື່ອນໄຫວນີ້ດ້ວຍ
ໂດຍໃນຂະນະທີ່ບິດຄອຍນັ້ນຖືກສ້າງຂຶ້ນມາເພື່ອກຳຈັດຕົວກາງຢ່າງທະນາຄານ ແລະ PayPal ນັ້ນ Ethereum ຖືກສ້າງຂຶ້ນມາເພື່ອໃຊ້ເທັກໂນໂລຢີບລັອກເຊນມາແທນທີ່ບຸກຄົນທີ່ສາມເທິງອິນເຕີເນັດ ໂດຍບຸກຄົນທີ່ວ່ານີ້ຄືຜູ້ທີ່ຕັ້ງຕົນເປັນຜູ້ເກັບຂໍ້ມູນສຳຄັນໆເຫຼົ່ານັ້ນທີ່ເວົ້າເຖິງໄປແລ້ວຂ້າງຕົ້ນນັ້ນເອງ
ເຄື່ອງຄອມພິວເຕີຂອງໂລກໃບນີ້
ຫາກຈະໃຫ້ອະທິບາຍແບບສັ້ນໆງ່າຍໆນັ້ນ Ethereum ກໍຄືຄອມພິວເຕີຂອງໂລກໃບນີ້ທີ່ສາມາດທີ່ຈະເຮັດໃຫ້ທຸກຢ່າງກະຈາຍ (decentralize) ແລະ ອາດເຖິງຂັ້ນເຮັດໃຫ້ລະບົບໂມເດນຂອງເຊີເວີມາດຕະຖານຕ້ອງປ່ຽນໂສມໄປຕະຫລອດການ
ດ້ວຍ Ethereum ນັ້ນ ລະບົບເຊີເວີ ແລະ cloud ຈະຖືກແທນທີ່ດ້ວຍລະບົບທີ່ຮຽກວ່າ node ນັບພັນ ໂດຍ node ເຫຼົ່ານີ້ຈະຖືກຕິດຕັ້ງ ແລະ ເປີດໃຫ້ເຮັດວຽກດ້ວຍອາສາສະໝັກຈາກທົ່ວໂລກ (ຈົນກະທັ້ງກາຍເປັນຄອມພິວເຕີຂອງໂລກໃບນີ້)
ວິໄສທັດນີ້ໄດ້ສະແດງໃຫ້ເຫັນວ່າ Ethereum ສາມາດທີ່ຈະເຮັດໃຫ້ຜູ້ຄົນທົ່ວໄປ ບໍ່ວ່າຈະເປັນໃຜທີ່ໃດເທິງໂລກນີ້ ຕ່າງກໍສາມາດທີ່ຈະສ້າງບໍລິການ ແລະ ລະບົບດີໆຜ່ານ Ethereum ໄດ້
ຕົວຢ່າງເຊັ່ນຖ້າຫາກເຈົ້າລອງເຂົ້າໄປໃນ App store ເຈົ້າຈະໄດ້ເຫັນແອບຫຼາຍໆປະເພດ ຫຼາຍໆໝວດໝູ່ທີ່ມີໄປຕັ້ງແຕ່
ແອບສຳລັບຟິດເນັດໄປຈົນກະທັ້ງແອບສຳລັບສົ່ງຂໍ້ຄວາມ ໂດຍແອບເຫຼົ່ານີ້ຍັງຕ້ອງພຶ່ງພາບໍລິສັດ (ຫລື ຜູ້ໃຫ້ບໍລິການບຸກຄົນທີ່ສາມອື່ນໆ) ເພື່ອເກັບຂໍ້ມູນສຳຄັນຂອງທ່ານເຊັ່ນໝາຍເລກບັດເຄດິດ, ປະຫວັດການຊື້ ແລະ ຂໍ້ມູນສ່ວນຕົວໄວ້ເທິງເຊີເວີຂອງບໍລິສັດເຫຼົ່ານັ້ນ ແລະ ຖືກຄວບຄຸມໂດຍພວກເຂົາ
ຕົວເລືອກຂອງແອບທີ່ມີໃຫ້ດາວໂຫຼດຕ່າງໆກໍຖືກຄວບຄຸມໂດຍພວກເຂົາເຊັ່ນກັນ ເຊັ່ນ Apple ແລະ Google ເປັນຕົ້ນ
ລອງນຶກເຖິງຕົວຢ່າງງ່າຍໆເຊັ່ນຜູ້ໃຫ້ບໍລິການລະບົບເອກະສານອອນລາຍເຊັ່ນ Evernote ຫລື Google Docs
ຖ້າຫາກມີ Ethereum ນັ້ນ ມັນສາມາດທີ່ຈະຄືນຄວາມເປັນເຈົ້າຂອງ ບໍ່ວ່າຈະທັງຂໍ້ມູນ ແລະ ການຄວບຄຸມໄປສູ່ເຈົ້າຂອງທີ່ແທ້ຈິງໄດ້
ໄອເດຍທີ່ວ່ານີ້ຖ້າຫາກເວົ້າງ່າຍກໍຄື ພວກທ່ານຈະບໍ່ສາມາດຄວບຄຸມລະບົບ ເອກະສານຂອງທ່ານ ໂດຍທ່ານບໍ່ຕ້ອງກັງວົນວ່າແອບເອກະສານທີ່ທ່ານໃຊ້ຢູ່ຈະຖືກແບນເມື່ອໃດ ຫລື ຈະຖືກປິດຕົວລົງຕອນໃດ ໂດຍມີພຽງແຕ່ທ່ານ ຫລື ຜູ້ໃຊ້ງານທີ່ເປັນຜູ້ຄວບຄຸມທຸກຢ່າງໄດ້ເອງ
ໃນທາງທິດສະດີແລ້ວ ມັນເປັນການປະສົມປະສານກັນລະຫວ່າງການຄວບຄຸມຂໍ້ມູນແບບເກົ່າໃນອະດີດ
ກັບລະບົບຂໍ້ມູນແບບງ່າຍທີ່ເຮົາຄຸ້ນເຄີຍກັນໃນປະຈຸບັນ ໂດຍທຸກເທື່ອທີ່ທ່ານທຳການບັນທຶກ, ເພີ່ມ ຫລື ລົບຂໍ້ມູນນັ້ນ ທຸກໆ node ເທິງເຄື່ອຂ່າຍຈະທຳການອັບເດດໝົດ
Image does not exist: https://siamblockchain.com/wp-content/uploads/2017/05/Screen-Shot-2017-03-28-at-4.56.00-PM-1463×420.png
ໄອເດຍທີ່ວ່ານີ້ຕ່າງກໍມີຜູ້ຄົນໃຫ້ຄວາມສົງໄສບໍ່ນ້ອຍວ່າມັນຈະສາມາດເຮັດໄດ້ຈິງແທ້ ຫລື ບໍ່
ເຖິງແມ່ນວ່າແອບເທິງຮູບພາບຂ້າງເທິງຈະເບິ່ງຄືວ່າໜ້າຈະເຮັດໃຫ້ເປັນໄປໄດ້ ແຕ່ມັນກໍອາດຈະຍັງບໍ່ເປັນທີ່ຊັດເຈັນວ່າແອບຂອງບລັອກເຊນຕົວໃດທີ່ສາມາດທີ່ຈະພິສູດໃຫ້ເຫັນວ່າ
ມັນສາມາດນຳໄປໃຊ້ໄດ້ໃນຊີວິດຈິງ
ບົດຄວາມຈາກ
siamblockchain.com
[tag]Ethereum[/tag]