Image does not exist: https://www.instantssl.com/images/http-vs-https.png
ຄວາມປອດໄພເທິງໂລກອອນລາຍເປັນເລື່ອງທີ່ຜູ້ໃຊ້ງານໃຫ້ຄວາມສຳຄັນເປັນຢ່າງຫຼາຍ ໂດຍສະເພາະກັບຂໍ້ມູນສ່ວນຕົວ ແລະ ຂໍ້ມູນດ້ານການຊຳລະເງີນ ຊຶ່ງ HTTP ແລະ HTTPS ເປັນຕົວປ່ຽນສຳຄັນຢ່າງໜຶ່ງດ້ານຄວາມປອດໄພ.
ຜູ້ທີ່ໃຊ້ບໍລິການອິນເຕີເນັດອາດຈະເຄີຍພົບກັບບັນຫາດ້ານຄວາມປອດໄພແມ່ນບໍ? ບາງເວັບໄຊເປີດຂື້ນມາຈະພົບກັບໜ້າຈໍທີ່ມີເສັ້ນສີແດງພ້ອມແຈ້ງເຕືອນ “ເວັບໄຊນີ້ບໍ່ສາມາດໃຫ້ການເຊື່ອມຕໍ່ທີ່ປອດໄພ” ຫຼື ຂໍ້ຄວາມອື່ນໆ ທີ່ບໍ່ສາມາດເຮັດໃຫ້ເຂົ້າເຖິງເວັບໄຊໄດ້ ຫຼື ບາງເວັບໄຊໃນແຖບ URL ຈະພົບຂໍ້ຄວາມ Not Secure ຫຼື ບໍ່ປອດໄພດ້ານໜ້າ ຊຶ່ງເຮັດໃຫ້ເປັນທີ່ຫວາດລະແວງ ຂອງບັນດາຜູ້ໃຊ້ງານ.
ໂດຍສາເຫດມາຈາກລະບົບຄວາມປອດໄພຂອງເວັບໄຊຕ່າງໆ ສັງເກດໄດ້ວ່າເວັບໄຊທີ່ບໍ່ປອດໄພຈະຂຶ້ນຕົ້ນດ້ວຍ HTTP ເທົ່ານັ້ນ ສ່ວນເວັບໄຊທີ່ປອດໄພຈະເປັນການໃຊ້ງານ HTTPS ຊຶ່ງທັງສອງຢ່າງນີ້ຕ່າງກັນແນວໃດມາເບິ່ງນຳກັນເລີຍ
HTTP (Hypertext Transport Protocol) ເປັນໂປຣໂຕຄອນສຳລັບການສື່ສານຈະໃຊ້ເມື່ອເປີດໂປຣແກຣມເທິງບຣາວເຊິ ເຊັ່ນ: Chrome, Firefox, Internet Explorer ເພື່ອເປີດເບິ່ງຂໍ້ມູນ ຫຼື ເວັບໄຊຕ່າງໆ ບຣາວເຊິຈະໃຊ້ HTTP ເປັນຕົວຮຽກໃຫ້ເຊິເວິສົ່ງຂໍ້ມູນມາໃຫ້ເພື່ອສະແດງຜົນເທິງໜ້າຈໍໄດ້ຢ່າງຖືກຕ້ອງ ໂດຍເປັນການສົ່ງຂໍ້ມູນແບບ Clear text ບໍ່ໄດ້ມີການເຂົ້າລະຫັດ ເຮັດໃຫ້ສາມາດຖືກດັກຈັບ ແລະ ອ່ານຂໍ້ມູນໄດ້ງ່າຍ.
HTTPS (Hypertext Transfer Protocol over Secure Socket Layer ຫຼື Http over SSL) ຄືການເພີ່ມ S ຫຼື Secure ເຂົ້າມາເພື່ອເພີ່ມຄວາມປອດໄພໃຫ້ຫຼາຍຂຶ້ນ ໂດຍ HTTPS ຈະເປັນ ໂປຣໂຕຄອນທີ່ມີການເຂົ້າລະຫັດໃນການສື່ສານ ໂດຍໃຊ້ Asymmetric Algorithm ຊຶ່ງຫາກມີການດັກຈັບຂໍ້ມູນກໍ່ບໍ່ສາມາດອ່ານໄດ້ເຊັ່ນເຮົາໃສ່ລະຫັດ 12345678 ອັນກໍຣີທຶມຈະປ່ຽນເປັນ XsR7o/86 ປ່ຽນໂດຍພ້ອມກັນແບບນີ້ເຮັດໃຫ້ຜູ້ບໍ່ຫວັງດີບໍ່ສາມາດເຂົ້າເຖິງຂໍ້ມູນຂອງເຮົາໄດ້ ຊຶ່ງຜູ້ທີ່ຈະສາມາດອ່ານຂໍ້ມູນໄດ້ນັ້ນຈະມີພຽງຜູ້ສົ່ງ ແລະ ຜູ້ຮັບປາຍທາງເທົ່ານັ້ນ ເຮັດໃຫ້ນິຍົມໃຊ້ກັບເວັບໄຊທີ່ຕ້ອງການຄວາມປອດໄພສູງເຊັ່ນ: ທະນາຄານ ເວັບທີ່ໃຊ້ບັດເຄຣດິດ ລວມເຖິງຮ້ານຄ້າອອນໄລ.
ປະຈຸບັນຜູ້ປະກອບການເລີ່ມນິຍົມຕິດຕັ້ງໃບຮັບຮອງຄວາມປອດໄພ SSL Certificate ໃຫ້ກັບເວັບໄຊຫຼາຍຂຶ້ນ ຊຶ່ງຂໍ້ດີຂອງ HTTPS ມີດັ່ງນີ້:
1. ເພີ່ມຄວາມປອດໄພໃຫ້ຜູ້ໃຊ້ງານ
2. ສ້າງຄວາມໜ້າເຊື່ອຖືໃຫ້ກັບເວັບໄຊ ແລະ ທຸລະກິດ
3. ຄະແນນອັນດັບ SEO ດີຂຶ້ນ
4. ມີລູກຫຼິ້ນ html ທີ່ຫຼາຍກວ່າ HTTP
5. ປ້ອງກັນການຖືກໂຈມຕີຈາກຜູ້ບໍ່ຫວັງດີ